ງານບຸນສື່ມວນຊົນທົ່ວປະເທດ 2023 ດຶງດູດການເຂົ້າຮ່ວມຂອງຮ້ານວາງສະແດງ 87 ຮ້ານ ດ້ວຍການເຂົ້າຮ່ວມຂອງ 63 ສະມາຄົມນັກຂ່າວແຂວງ, ນະຄອນ, 60 ອົງການສື່ມວນຊົນສູນກາງ ແລະ ທ້ອງຖິ່ນ, ກຸ່ມບັນກາຫົວໜ່ວຍກໍ່ສ້າງ, ບໍາລຸງສ້າງສື່ມວນຊົນ.

leftcenterrightdel
ທ່ານ ຫງວຽນຈ້ອງເຫງ້ຍ ຫົວໜ້າຄະນະໂຄສະນາສຶກສາສູນກາງ ແລະບັນດາຜູ້ແທນຢ້ຽມຊົມຮ້ານວາງສະແດງກຸ່ມສື່ມວນຊົນກອງທັບ. ພາບ: qdnd.vn

ກ່າວຄຳຫັນທີ່ພິທີໄຂ, ທ່ານ ຫງວຽນຈ້ອງເຫງ້ຍ ຫົວໜ້າຄະນະໂຄສະນາສຶກສາສູນກາງ  ເນັ້ນໜັກວ່າ: ງານບຸນສື່ມວນຊົນທົ່ວປະເທດແມ່ນການເຄື່ອນໄຫວສຳຄັນ, ເຕັມໄປດ້ວຍຄວາມໝາຍດ້ານການເມືອງ - ສັງຄົມ, ວັດທະນະທຳ, ພູມປັນຍາ, ເຮັດໃຫ້ການເຄື່ອນໄຫວສື່ມວນຊົນມີຊີວິດຊີວາ, ອຸດົມສົມບູນກວ່າອີກ. ນີ້ກໍ່ແມ່ນໂອກາດເພື່ອຍ້ອງຍໍກຳລັງນັກຂ່າວປະຕິວັດ, ສ້າງບັນຍາກາດແຫ່ງການແຂ່ງຂັນລະຫວ່າງບັນດາອົງການສື່ມວນຊົນ, ສະມາຄົມນັກຂ່າວທຸກຂັ້ນ ແລະນັກຂ່າວໃນທົ່ວປະເທດ, ປະກອບສ່ວນຍົກສູງຄຸນທາດການເມືອງ, ລະດັບວິຊາຊີບ, ຈັນຍາບັນໃຫ້ບັນດານັກຂ່າວ, ຍົກສູງຄຸນນະພາບ ແລະປະສິດທິຜົນການເຄື່ອນໄຫວຂອງສື່ມວນຊົນ ...

ງານບຸນສື່ມວນຊົນທົ່ວປະເທດ ດຳເນີນໄປຮອດວັນທີ 19 ມີນາ ແລະໄດ້ເປີດປະຕູແຕ່ເວລາ 8 ໂມງ-18ໂມງ ເພື່ອໃຫ້ປະຊາຊົນເຂົ້າຊົມ ແລະເຂົ້າຮ່ວມກິດຈະກຳຕ່າງໆ.

ໂດຍ: ທະນາພອນ