ຫັນທ່າໄດ້ປຽບສະເພາະ ໃຫ້ກາຍເປັນກໍາລັງໜູນພັດທະນາ
ພາຍຫຼັງຮັບຟັງບົດລາຍງານ ແລະຄໍາເຫັນແລກປ່ຽນທີ່ການເຮັດວຽກ, ທ່ານ ໂຕເລິມ ເລຂາທິການໃຫຍ່ ໄດ້ກ່າວຄໍາເຫັນຊີ້ນໍາ ໂດຍເນັ້ນໜັກວ່າ ປະຫວັດສາດ ໄດ້ດົນບັນດານໃຫ້ແຂວງກາວບັ່ງ ມີທີ່ຕັ້ງສຸດທີ່ພິເສດ: ທັງເປັນ “ໂລ້ກໍາບັງ” ອັນໜັກແໜ້ນຢູ່ດ່ານໜ້າຂອງປະເທດຊາດ, ທັງເປັນແຫຼ່ງກໍາເນີດຂອງຈິນຕະນາການຍຸດທະສາດ ແລະຈິດໃຈເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ອັນໄດ້ສ້າງເປັນໄຊຊະນະຂອງການປະຕິວັດຫວຽດນາມ. ຈາກມູນເຊື້ອ ແລະທີ່ຕັ້ງດັ່ງກ່າວນັ້ນ, ໃນປັດຈຸບັນແຂວງກາວບັ່ງ ບໍ່ພຽງແຕ່ນໍາເອົາຄວາມພາກພູມໃຈທາງປະຫວັດສາດມາໃຫ້ ເທົ່ານັ້ນ ຫາກຍັງແບກຫາບຄວາມຮັບຜິດຊອບອັນໃຫຍ່ຫຼວງໃນການປົກປັກຮັກສາສະຖຽນລະພາບເຂດຊາຍແດນ, ປັບປຸງການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະຊອກຫາເສັ້ນທາງພັດທະນາທີ່ສອດຄ່ອງໃຫ້ແກ່ແຂວງຊາຍແດນ ໃນໄລຍະໃໝ່.
    |
 |
|
ທ່ານ ໂຕເລິມ ເລຂາທິການໃຫຍ່ ກ່າວຄໍາເຫັນທີ່ການເຮັດວຽກກັບຄະນະບໍລິຫານງານອົງຄະນະພັກແຂວງກາວບັ່ງ. ພາບ: qdnd.vn |
ທ່ານເລຂາທິການໃຫຍ່ ຊີ້ແຈ້ງວ່າ ການມາເຮັດວຽກກັບແຂວງກາວບັ່ງ ຄັ້ງນີ້ ແມ່ນແນໃສ່ຊາບຊຶມເນື້ອໃນຈິດໃຈຂອງກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ຢ່າງເລິກເຊິ່ງ, ເຮັດແຈ້ງເສັ້ນທາງພັດທະນາທີ່ສອດຄ່ອງກັບແຂວງພູດອຍ, ຊາຍແດນ, ເຕັມໄປດ້ວຍມູນເຊື້ອປະຕິວັດ ແລະຫັນການກໍານົດທິດຍຸດທະສາດຂອງສູນກາງ ໃຫ້ເປັນໜ້າທີ່ຢ່າງລະອຽດ, ມາດຕະການທີ່ແທດຈິງ, ມີຄວາມເປັນໄປໄດ້, ໃກ້ຊິດຕິດແທດກັບເງື່ອນໄຂພຶດຕິກຳຕົວຈິງຂອງທ້ອງຖິ່ນ.
ທ່ານເລຂາທິການໃຫຍ່ ຮຽກຮ້ອງໃຫ້ທາງແຂວງ ຕິດແໜ້ນການພັດທະນາແຫຼ່ງຊັບພະຍາກອນມະນຸດກັບຮູບແບບການເຕີບໂຕໃໝ່ ແລະບັນດາຂະແໜງທີ່ມີທ່າໄດ້ປຽບຂອງແຂວງ; ເຊິ່ງບໍ່ສາມາດພັດທະນາ ດ້ວຍບັນດາໂຄງການແບບລວມໆ ທີ່ກໍ່ຄວາມເສຍຫາຍ, ຟຸມເຟືອຍ ເຊິ່ງຕ້ອງຕິດພັນໂດຍກົງກັບວຽກເຮັດງານທໍາຂອງບັນດາຂົງເຂດທີ່ແຂວງ ພວມໃຫ້ບຸລິມະສິດ ຄື: ໂລຈິດສະຕິກ ແລະການຄ້າຊາຍແດນ, ການທ່ອງທ່ຽວທີ່ມີຄຸນນະພາບ, ກະສິກໍາທີ່ເປັນເອກະລັກສະເພາະ ຕິດພັນກັບການປຸງແຕ່ງ, ການບໍລິການ ແລະຄວາມສາມາດບໍລິຫານດີຈີຕອນຢູ່ຂັ້ນຮາກຖານ.
    |
 |
|
ທ່ານ ໂຕເລິມ ເລຂາທິການໃຫຍ່ ແລະບັນດາຜູ້ແທນຢ້ຽມຊົມສະຖານທີ່ວາງສະແດງຮູບພາບກ່ຽວກັບການເຄື່ອນໄຫວຂອງຄະນະບໍລິຫານງານອົງຄະນະພັກແຂວງກາວບັ່ງ. ພາບ: qdnd.vn |
ແຂວງ ຕ້ອງຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການພົວພັນຕ່າງປະເທດ ແລະການຄຸ້ມຄອງຊາຍແດນໃຫ້ມີສັນຕິພາບ, ສະຖຽນລະພາບ, ມີການຮ່ວມມື ແລະພັດທະນາ; ເດັດຂາດບໍ່ໃຫ້ຕົກຢູ່ໃນທ່າຮັບ, ບັງເອີນ; ຕ້ອງຮັກສາອະທິປະໄຕຊາຍແດນແຫ່ງຊາດ, ສະຖຽນລະພາບດ້ານການເມືອງ ແລະຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນສັງຄົມ.
ທ່ານເລຂາທິການໃຫຍ່ ໃສ່ໃຈວ່າ ແຂວງກາວບັ່ງ ຕ້ອງຖືການກໍ່ສ້າງພັກ ແມ່ນເງື່ອນໄຂຮັບປະກັນໃຫ້ແກ່ທຸກຂອດບຸກທະລຸ: ຮັກສາຄວາມສາມັກຄີ, ມີຄວາມເປັນເອກະພາບ; ຍົກສູງຄຸນນະພາບການດໍາເນີນຊີວິດໜ່ວຍພັກ; ເພີ່ມທະວີການຕິດຕາມກວດກາ; ເດັດດ່ຽວສະກັດກັ້ນ, ຕ້ານການສໍ້ລາດບັງຫຼວງ, ຟຸມເຟືອຍ, ປະກົດການຫຍໍ້ທໍ້ ແລະສໍາຄັນທີ່ສຸດແມ່ນກໍ່ສ້າງຖັນແຖວພະນັກງານໃຫ້ກ້າຄິດ, ກ້າເຮັດ, ກ້າຮັບຜິດຊອບ ເພື່ອຜົນປະໂຫຍດລວມ. ເນື້ອໃນຈິດໃຈນີ້ຕ້ອງໄດ້ຫັນເປັນລະອຽດ ດ້ວຍກົນໄກປະເມີນພະນັກງານຕາມຜະລິດຕະພັນ, ຕາມໝາກຜົນ, ຕາມລະດັບຄວາມເພິ່ງພໍໃຈ ແລະຄວາມເຊື່ອໝັ້ນຂອງປະຊາຊົນ; ເພາະວ່າຄວາມເຊື່ອໝັ້ນຂອງປະຊາຊົນ ແມ່ນໄມ້ວັດແທກສູງສຸດຂອງກໍາລັງຄວາມສາມາດນໍາພາ.
ທ່ານເລຂາທິການໃຫຍ່ ຮັບຮູ້ຄໍາສະເໜີຂອງແຂວງ ແລະເຊື່ອໝັ້ນວ່າ ດ້ວຍຈິດໃຈສາມັກຄີ, ຈິນຕະນາການພັດທະນາທີ່ຖືກຕ້ອງ, ລະບຽບວິໄນໄດ້ປະຕິບັດຢ່າງເຂັ້ມງວດ ແລະການຕັດສິນໃຈທາງດ້ານການເມືອງສູງ, ອົງຄະນະພັກ, ອໍານາດການປົກຄອງ ແລະປະຊາຊົນບັນດາເຜົ່າແຂວງກາວບັ່ງ ຈະປະຕິບັດມະຕິກອງປະຊຸມໃຫຍ່ອົງຄະນະພັກແຂວງ ຄັ້ງທີ XX ຢ່າງມີໄຊ, ປະກອບສ່ວນພ້ອມກັບທົ່ວປະເທດ ປະຕິບັດສໍາເລັດມະຕິກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ຢ່າງມີໄຊ.
ກາວບັ່ງ ພ້ອມກັບທົ່ວປະເທດ ກ້າວຂຶ້ນຢ່າງໝັ້ນແກ່ນ
ພົບປະ ແລະໂອ້ລົມກັບປະຊາຊົນບັນດາເຜົ່າແຂວງກາວບັ່ງ ໃນຕອນບ່າຍຂອງວັນທີ 28 ມັງກອນ, ທີ່ສະໜາມກິລາຕາແສງ ຖູກຝ໋ານ, ທ່ານເລຂາທິການໃຫຍ່ ສະແດງຄວາມສະເທືອນໃຈອັນເລິກເຊິ່ງ ເມື່ອໄດ້ພົບປະ, ໂອ້ລົມກັບປະຊາຊົນ ແລະພວກນ້ອງນັກຮຽນ. ທ່ານ ໂຕເລິມ ໄດ້ເວົ້າເຖິງ ວັນທີ 28 ມັງກອນ 1941 ເຊິ່ງ ເປັນວັນທີ່ ຜູ້ນໍາ ຫງວຽນອ໊າຍກວກ ກັບຄືນປະເທດ ພາຍຫຼັງ 30 ປີ ທີ່ອອກໄປຊອກຫາເສັ້ນທາງກູ້ຊາດ, ທ່ານເລຂາທິການໃຫຍ່ ຢັ້ງຢືນວ່າ ກາວບັ່ງ ເປັນບ່ອນທີ່ໄດ້ເຫັນກັບຕາ ແລະຮ່ວມເດີນທາງໄປກັບການເລືອກເຟັ້ນປະຫວັດສາດ. ຈາກດິນແດນແຫ່ງນີ້, ເພິ່ນ ໄດ້ອີງໃສ່ປະຊາຊົນ, ສ້າງຖານທີ່ໝັ້ນປະຕິວັດ, ເພື່ອເຮັດໃຫ້ແສງສະຫວ່າງຂອງແນວຄິດ ໂຮ່ຈີມິນ ແຜ່ກະຈາຍ, ນໍາພາຊົນຊາດຫວຽດນາມ ກ້າວໄປເຖິງເອກະລາດ, ເອກະພາບ ແລະ ພັດທະນາ.
    |
 |
|
ທ່ານ ໂຕເລິມ ເລຂາທິການໃຫຍ່ ໂອ້ລົມກັບປະຊາຊົນແຂວງກາວບັ່ງ. ພາບ: qdnd.vn |
    |
 |
|
ທ່ານ ໂຕເລິມ ເລຂາທິການໃຫຍ່ ພ້ອມກັບບັນດາສະຫາຍການນໍາພັກ, ລັດ ທີ່ການພົບປະໂອ້ລົມ. ພາບ: qdnd.vn |
ທ່ານເລຂາທິການໃຫຍ່ ຢັ້ງຢືນວ່າ ພັກ ແລະລັດ ຈະຈົດຈໍາຄຸນງາມຄວາມດີ, ນ້ຳໃຈຄວາມຮັກແພງ ແລະການເສຍສະຫຼະອັນໃຫຍ່ຫຼວງຂອງພໍ່ແມ່ປະຊາຊົນບັນດາເຜົ່າແຂວງກາວບັ່ງ ທີ່ມີຕໍ່ພັກ, ຕໍ່ລຸງໂຮ່ ແລະຕໍ່ການປະຕິວັດຫວຽດນາມ ຕະຫຼອດໄປ, ຖືນັ້ນແມ່ນຊັບສົມບັດທາງດ້ານຈິດໃຈອັນລໍ້າຄ່າ, ເປັນພື້ນຖານຂອງ “ທ່າສະໜາມໃນໃຈປະຊາຊົນ”, ເປັນແຫຼ່ງກໍາລັງແຮງ ເພື່ອໃຫ້ປະເທດ ຜ່ານຜ່າສິ່ງທົດສອບນາໆປະການ.
    |
 |
|
ທ່ານ ໂຕເລິມ ເລຂາທິການໃຫຍ່ ມອບຂອງຂວັນໃຫ້ແມ່ຫວຽດນາມ ວິລະຊົນ. ພາບ: qdnd.vn |
ທ່ານເລຂາທິການໃຫຍ່ ເຊື່ອໝັ້ນວ່າ ດ້ວຍມູນເຊື້ອການປະຕິວັດອັນສະຫງ່າລາສີ, ຈິດໃຈສາມັກຄີ ແລະຄວາມເຊື່ອໝັ້ນຂອງປະຊາຊົນບັນດາເຜົ່າ, ກາວບັ່ງ ຈະພ້ອມກັບທົ່ວປະເທດ ກ້າວຂຶ້ນຢ່າງໝັ້ນແກ່ນ, ປະກອບສ່ວນອັນສໍາຄັນເຂົ້າໃນອະນາຄົດຂອງຊາດຫວຽດນາມ.
    |
 |
|
ທ່ານພົນເອກ ຟານວັນຢາງ ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ມອບຂອງຂວັນໃຫ້ແກ່ຜູ້ທີ່ມີຄຸນງາມຄວາມດີແຂວງກາວບັ່ງ. ພາບ: qdnd.vn |
    |
 |
|
ທ່ານ ໂຕເລິມ ເລຂາທິການໃຫຍ່ ພ້ອມກັບບັນດາສະຫາຍການນໍາພັກ, ລັດ ແລະຜູ້ຕາງໜ້າແຂວງກາວບັ່ງ. ພາບ: qdnd.vn |
ໂອກາດນີ້, ທ່ານເລຂາທິການໃຫຍ່ ພ້ອມດ້ວຍບັນດາສະຫາຍການນໍາພັກ, ລັດ ໄດ້ມອບຂອງຂວັນເພື່ອຕອບບຸນແທນຄຸນໃຫ້ແມ່ຫວຽດນາມ ວິລະຊົນ, ນັກປະຕິວັດອາວຸໂສ, ວິລະຊົນກໍາລັງປະກອບອາວຸດປະຊາຊົນ, ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ; ມອບຂອງຂວັນໃຫ້ຄະນະບໍລິຫານງານອົງຄະນະພັກແຂວງກາວບັ່ງ; ໜູນຊ່ວຍງົບປະມານ ໃຫ້ແຂວງກາວບັ່ງ ຈໍານວນ 50 ຕື້ດົ່ງ ເພື່ອລົງທຶນກໍ່ສ້າງໂຮງຮຽນປະຖົມສຶກສາ ນຸ່ງຈີ້ກາວ ຫຼັງໃໝ່.
ເນັ້ນການໃຫ້ຄວາມຮູ້ແກ່ຜູ້ຄົນ ແລະປູກຝັງອຸດົມການ
ຕອນບ່າຍວັນດຽວກັນ, ສືບຕໍ່ການຢ້ຽມຢາມ ແລະເຮັດວຽກຢູ່ແຂວງກາວບັ່ງ, ທ່ານເລຂາທິການໃຫຍ່ ໄດ້ເຂົ້າຮ່ວມພິທີລົງມືກໍ່ສ້າງໂຮງຮຽນກິນນອນປະຖົມ ແລະມັດທະຍົມຕອນຕົ້ນ ເຈື່ອງຮ່າ (ຕາແສງເຈື່ອງຮ່າ).
    |
 |
|
ທ່ານ ໂຕເລິມ ເລຂາທິການໃຫຍ່ ແລະບັນດາຜູ້ແທນ ກົດປຸ່ມເລີ່ມລົງມືກໍ່ສ້າງໂຄງການກໍ່ສ້າງໂຮງຮຽນກິນນອນຕາແສງ ເຈື່ອງຮ່າ. ພາບ: qdnd.vn |
ກ່າວຄໍາເຫັນທີ່ພິທີ, ທ່ານເລຂາທິການໃຫຍ່ ໄດ້ສະແດງຄວາມປິຕິຊົມຊື່ນທີ່ໄດ້ພ້ອມກັບບັນດາສະຫາຍການນໍາຂັ້ນສູນກາງ ມາຢ້ຽມຢາມຕາແສງ ເຈື່ອງຮ່າ, ດິນແດນທີ່ຕິດພັນກັບ ປາກປໍ໊. ຕາມທ່ານເລຂາທິການໃຫຍ່ ແລ້ວ, ການລົງທຶນກໍ່ສ້າງໂຮງຮຽນກິນນອນປະຖົມ ແລະມັດທະຍົມຕອນຕົ້ນ ເຈື່ອງຮ່າ ໄດ້ສະແດງໃຫ້ເຫັນການເອົາໃຈໃສ່ຢ່າງເລິກເຊິ່ງຂອງພັກ, ລັດ ຕໍ່ກັບພາລະກິດການສຶກສາ ແລະບໍາລຸງສ້າງ ຢູ່ເຂດຊາຍແດນ; ຜ່ານນັ້ນປະກອບສ່ວນປັບປຸງເງື່ອນໄຂການຮໍ່າຮຽນໃຫ້ແກ່ລູກຫຼານພໍ່ແມ່ປະຊາຊົນ, ຮັດແຄບໄລຍະຫ່າງລະຫວ່າງເຂດພາກ, ພ້ອມທັງປັບປຸງການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະຊຸກຍູ້ການພັດທະນາເສດຖະກິດ-ສັງຄົມຢູ່ ເຂດຊາຍແດນຂອງປະເທດຊາດ.
    |
 |
|
ທ່ານ ໂຕເລິມ ເລຂາທິການໃຫຍ່ ພ້ອມດ້ວຍບັນດາສະຫາຍການນໍາພັກ, ລັດ ມອບຂອງຂວັນໃຫ້ບັນດາຄອບຄົວເປົ້າໝາຍນະໂຍບາຍ, ຜູ້ມີຄຸນງາມຄວາມດີ, ຄອບຄົວທີ່ປະສົບຄວາມຫຍຸ້ງຍາກ ຢູ່ຕາແສງ ເຈື່ອງຮ່າ. ພາບ: qdnd.vn |
ດ້ວຍບັນຍາກາດ ແລະຈິດໃຈໃໝ່, ຈິດໃຈສາມັກຄີ ແລະຄວາມຮັບຜິດຊອບຂອງອົງຄະນະພັກ, ອໍານາດການປົກຄອງ ແລະປະຊາຊົນແຂວງກາວບັ່ງ, ທ່ານເລຂາທິການໃຫຍ່ ເຊື່ອໝັ້ນວ່າ ໂຮງຮຽນກິນນອນປະຖົມ ແລະມັດທະຍົມຕອນຕົ້ນ ເຈື່ອງຮ່າ ຈະກໍ່ສ້າງສໍາເລັດໂດຍໄວ, ນໍາເຂົ້າໃຊ້ງານຢ່າງມີປະສິດທິຜົນ, ກາຍເປັນຈຸດພົ້້ນເດັ່ນກ່ຽວກັບການສຶກສາ ຢູ່ເຂດຊາຍແດນ. ໃນຂອບເຂດການດຳເນີນພິທີ, ທ່ານເລຂາທິການໃຫຍ່ ໄດ້ມອບຂອງຂວັນໃຫ້ບັນດາຄອບຄົວເປົ້າໝາຍນະໂຍບາຍ, ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ ແລະບັນດາຄອບຄົວທີ່ປະສົບຄວາມຫຍຸ້ງຍາກ ຢູ່ຕາແສງ ເຈື່ອງຮ່າ.
ໂດຍ: ໄຊຊະນະ