ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ ເພີ່ມຂຶ້ນ 97 ຂັ້ນໃນຕາຕະລາງຈັດອັນດັບ Webometrics ເດືອນ ມັງກອນ 2023
ມະຫາວິທະຍາໄລ ແຫ່ງຊາດ ຮ່າໂນ້ຍ ເພີ່ມຂຶ້ນ 97 ຂັ້ນເມື່ອທຽບໃສ່ກັບໝາກຜົນທີ່ໄດ້ປະກາດໃນເດືອນ ສິງຫາ 2022, ແຕ່ອັນດັບ 758 ຂຶ້ນ ອັນດັບ 661 ຂອງໂລກ, ຢູ່ອັນດັບ 137 ຂອງອາຊີ ແລະ ຢູ່ອັນດັບ 11 ຂອງອາຊີຕາເວັນອອກສ່ຽງໃຕ້, ສືບຕໍ່ຮັກສາລະດັບທີໜຶ່ງຢູ່ ຫວຽດນາມ.
    |
 |
ຕາຕະລາງຈັດອັນດັບມະຫາວິທະຍາໄລ ຢູ່ອາຊີຕາເວັນອອກສ່ຽງໃຕ້. ພາບ: webometrics.info |
ວັນທີ 1 ກຸມພາ, ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ ໃຫ້ຮູ້ວ່າ: ຫ້ອງການທົດລອງ Cybermetrics Labs (ຂຶ້ນກັບສະພາຄົ້ນຄວ້າແຫ່ງຊາດ ແອັດສະປາຍ) ຫາກໍ່ປະກາດຕາຕະລາງຈັດອັນດັບ ຄັ້ງທີ 1 ປີ 2023, ໃນນັ້ນ, ມະຫາວິທະຍາໄລ ແຫ່ງຊາດ ຮ່າໂນ້ຍ ເພີ່ມຂຶ້ນ 97 ຂັ້ນເມື່ອທຽບໃສ່ກັບໝາກຜົນທີ່ໄດ້ປະກາດໃນເດືອນສິງຫາ 2022, ແຕ່ອັນດັບ 758 ຂຶ້ນ ອັນດັບ 661 ຂອງໂລກ, ຢູ່ອັນດັບ 137 ຂອງອາຊີ ແລະ ຢູ່ອັນດັບ 11 ຂອງອາຊີຕາເວັນອອກສ່ຽງໃຕ້, ສືບຕໍ່ຮັກສາລະດັບທີໜຶ່ງຢູ່ ຫວຽດນາມ.
ທອັບ 10 ຮາກຖານການສຶກສາມະຫາວິທະຍາໄລຂອງ ຫວຽດນາມ ໃນຕາຕະລາງຈັດອັນດັບເດືອນມັງກອນ 2023 ລວມມີ: ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ, ມະຫາວິທະຍາໄລ ໂຕນດຶກຖັງ, ມະຫາວິທະຍາໄລຢຸຍເຕິນ, ມະຫາວິທະຍາໄລຫງວຽນເຕິດແທັງ, ມະຫາວິທະຍາໄລ ສັບພະວິຊາຮ່າໂນ້ຍ, ມະຫາວິທະຍາໄລສັບພະວິຊາໂຮ່ຈີມິນ, ມະຫາວິທະຍາໄລເສດຖະກິດນະຄອນໂຮ່ຈີມິນ, ມະຫາວິທະຍາໄລອຸດສາຫະກຳ ນະຄອນໂຮ່ຈີມິນ, ມະຫາວິທະຍາໄລ ດ່ານັ້ງ ແລະມະຫາວິທະຍາໄລ ເກິ່ນເທີ.
ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ