ນາຍົກລັດຖະມົນຕີ ພົບປະກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ທີ່ເຂົ້າຮ່ວມລາຍການລະດູບານໃໝ່ແຫ່ງບ້ານເກີດນອນ 2023
ກປ.ອອນໄລ - ຕອນບ່າຍວັນທີ 14 ມັງກອນ, ຢູ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ຟ້າມມີງຈີ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ພົບປະກັບພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ຕ່າງປະເທດທີ່ເຂົ້າຮ່ວມລາຍການລະດູບານໃໝ່ແຫ່ງບ້ານເກີດເມືອງນອນປີ 2023.
    |
 |
ບັນຍາກາດທີ່ການພົບປະສັງສັນ. ພາບ: qdnd.vn |
ທີ່ການພົບປະສັງສັນ, ທ່ານ ຟ້າມມີງຈີ໊ງ ໄດ້ແຈ້ງໃຫ້ພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ຮັບຊາບກ່ຽວກັບສະພາບການພັດທະນາຂອງປະເທດ. ທ່ານ ຟ້າມມີງຈີ໊ງ ເນັ້ນໜັກວ່າ ຫວຽດນາມ ພວມດໍາເນີນການກໍ່ສ້າງລັດແຫ່ງອໍານາດນິຕິບັນຍັດສັງຄົມນິຍົມ, ພື້ນຖານເສດຖະກິດຕະຫຼາດຕາມການກໍານົດທິດສັງຄົມນິຍົມ. ໃນຕະຫຼອດວິວັດການດັ່ງກ່າວ, ຫວຽດນາມ ຖືປະຊາຊົນເປັນໃຈກາງ, ເປັນເຈົ້າຂອງ, ແມ່ນກໍາລັງໜູນ, ແມ່ນເປົ້າໝາຍໃຫ້ການພັດທະນາ, ບໍ່ສະຫຼະຄວາມກ້າວໜ້າ, ຄວາມຍຸຕິທໍາທາງສັງຄົມ ເພື່ອການເຕີບໂຕເສດຖະກິດ; ປະຕິບັດແນວທາງພົວພັນຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນການພົວພັນກັບສາກົນເປັນຫຼາຍຮູບຫຼາຍແບບ, ເປັນເພື່ອນມິດ, ຄູ່ຮ່ວມມືທີ່ດີ, ສະມາຊິກທີ່ມີຄວາມຮັບຜິດຊອບໃນປະຊາຄົມສາກົນ; ສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງຕິດພັນກັບຄວາມຕັ້ງໜ້າ, ເປັນເຈົ້າການເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງ, ຮອບດ້ານ, ແທດຈິງ ແລະມີປະສິດທິຜົນ.
    |
 |
ທ່ານ ຟ້າມມີງຈີ໊ງ ນາຍົກລັດຖະມົນຕີຫວຽດນາມ ມອບຂອງຂວັນໃຫ້ຊາວຫວຽດນາມ ອາໄສຢູ່ຕ່າງປະເທດທີ່ດີເດັ່ນ. ພາບ: qdnd.vn |
ທ່ານ ຟ້າມມີງຈີ໊ງ ກໍຍ້ອງຍໍຊົມເຊີຍຄວາມມານະພະຍາຍາມ, ສູ້ຊົນ ແລະສະແດງຄວາມຂອບໃຈຕໍ່ການປະກອບສ່ວນທີ່ມີປະສິດທິຜົນ, ເຕັມໄປດ້ວຍອາລົມຈິດ, ຄວາມຮັບຜິດຊອບຂອງພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ກວ່າ 5,3 ລ້ານຄົນ, ປະກອບສ່ວນສໍາຄັນເຂົ້າໝາກຜົນແຫ່ງການພັດທະນາລວມຂອງທົ່ວປະເທດໃນຊຸມປີຜ່ານມາ.
ເຖິງວ່າໃນສະພາບການໂລກ ນັບມື້ນັບຜັນແປຢ່າງສັບສົນ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້, ແຕ່ທ່ານນາຍົກລັດຖະມົນຕີ ເຊື່ອໝັ້ນວ່າ ປະຊາຊົນຫວຽດນາມ ບໍ່ວ່າຈະດໍາລົງຊີວິດຢູ່ພາຍໃນ ແລະຕ່າງປະເທດ ຈະສືບຕໍ່ເສີມຂະຫຍາຍມູນເຊື້ອມະຫາສາມັກຄີທ່ົວປວງຊົນທັງຊາດ; ຮ່ວມແຮງຮ່ວມໃຈ, ຄຽງບ່າຄຽງໄຫຼ່, ພ້ອມກັນປະຕິບັດບັນດາເປົ້າໝາຍພັດທະນາໃຫ້ສໍາເລັດຜົນ.
ໂດຍ: ທູຈາງ