ເລື່ອງຈັດງານຕະຫຼາດນັດ ແມ່ນເພື່ອແນໃສ່ຊຸກຍູ້ການເຄື່ອນໄຫວສົ່ງເສີມການຄ້າໃນບໍລິເວນແຂວງລ້າງເຊີນ, ໜູນຊ່ວຍວິສາຫະກິດຍູ້ແຮງການຜະລິດດໍາເນີນທຸລະກິດ, ພັດທະນາຕະຫຼາດ, ຊອກຫາຄູ່ຮ່ວມມື, ໂຄສະນາ, ຈໍາໜ່າຍຜະລິດຕະພັນ; ສ້າງກາລະໂອກາດແລກປ່ຽນການຄ້າລະຫວ່າງວິສາຫະກິດຫວຽດນາມ ແລະຈີນ ຮ່ວມມືລົງທຶນ, ພ້ອມກັນພັດທະນາ.

leftcenterrightdel
ພາບປະກອບ: baochinhphu.vn.

ຕາມຄະນະຈັດຕັ້ງແລ້ວ, ຄາດວ່າງານຕະຫຼາດນັດຈະມີກວ່າ 100 ອົງການຈັດຕັ້ງ, ວິສາຫະກິດທັງຢູ່ພາຍໃນ ແລະຕ່າງປະເທດເຂົ້າຮ່ວມ ດ້ວຍຮ້ານວາງສະແດງຂາຍສິນຄ້າກວ່າ 220 ຮ້ານ. ບັນດາຜະລິດຕະພັນທີ່ໄດ້ນຳມາວາງສະແດງຂາຍລວມມີຜະລິດຕະພັນທີ່ເປັນເອກະລັກສະເພາະ, ມີທ່າແຮງຂອງບັນດາເມືອງ, ນະຄອນ, ຜະລິດຕະພັນ OCOP, ຜະລິດຕະພັນອຸດສາຫະກໍາຊົນນະບົດດີເດັ່ນ...

ໂດຍ: ທູຈາງ