ຍົກສູງຄວາມຮັບຮູ້ຂອງປະຊາຊົນກ່ຽວກັບອາຊຽນ
    
    
    
        
            
ກປ.ອອນໄລ - ຕອນບ່າຍວັນທີ 4 ສິງຫາ, ຢູ່ຮ່າໂນ້ຍ, ກະຊວງຖະແຫຼງຂ່າວ ແລະສື່ສານຫວຽດນາມ ໄດ້ເປັນປະທານກອງປະຊຸມງານໂຄສະນາເຜີຍແຜ່ອາຊຽນ ພາຍໃຕ້ຫົວຂໍ້ວ່າ “55 ປີອາຊຽນ ພ້ອມກັນເຕີບໃຫຍ່ເຂັ້ມແຂງ”.
        
        
        
            
	ກອງປະຊຸມໄດ້ຈັດຕັ້ງເນື່ອງໃນໂອກາດສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງອາຊຽນ (8-8-1967 / 8-8-2022) ດ້ວຍການເຂົ້າຮ່ວມຂອງນັກຂ່າວ, ນັກບັນນາທິການທີ່ຮັບຜິດຊອບກ່ຽວກັບອາຊຽນ ຂອງຫຼາຍອົງການສື່ມວນຊົນສູນກາງ, ເພື່ອແນໃສ່ສະໜອງຂໍ້ມູນຂ່າວສານກໍານົດທິດ ແລະເຮັດໃຫ້ເນື້ອໃນໂຄສະນາກ່ຽວກັບອາຊຽນອຸດົມສົມບູນ, ຜ່ານນັ້ນປະກອບສ່ວນສືບຕໍ່ຍົກສູງຄວາມຮັບຮູ້ຂອງບັນດາອົງການ, ປະຊາຊົນ ແລະວິສາຫະກິດພາຍໃນປະເທດກ່ຽວກັບອາຊຽນ.
	ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານ ຈ້ຽວມິງລອງ ຫົວໜ້າກົມຮ່ວມມືສາກົນ, ກະຊວງຖະແຫຼງຂ່າວ ແລະສື່ສານ ຊີ້ແຈ້ງວ່າ ໃນ 55 ປີຜ່ານມາ, ອາຊຽນ ບັນລຸຫຼາຍໝາກຜົນທີ່ໃຫຍ່ຫຼວງ, ກາຍເປັນໜຶ່ງອົງການສວມບົດບາດໃຈກາງໃນພາກພື້ນ. ບົດບາດໃຈກາງຂອງອາຊຽນ ມີພື້ນຖານຈາກບັນດາຜົນງານຮ່ວມມືທີ່ປະຊາຄົມບັນລຸໄດ້ໃນວິວັດການສ້າງຕັ້ງ ແລະພັດທະນາຈາກການພົວພັນຮ່ວມມືກັບບັນດາຄູ່ຮ່ວມມືພາຍນອກ ກໍ່ຄືຈາກຜົນສໍາເລັດຂອງຂອບເຂດ, ກົນໄກຮ່ວມມືໃນພາກພື້ນທີ່ປະຊາຄົມລິເລີ່ມ ແລະນໍາພາ.
	
		
			
				     | 
		
		
			
				  | 
		
		
			| 
				ບັນຍາກາດທີ່ກອງປະຊຸມ. ພາບ: qdnd.vn | 
		
	
	ທີ່ກອງປະຊຸມ, ນັກຂ່າວ, ນັກບັນນາທິການທີ່ຮັບຜິດຊອບກ່ຽວກັບອາຊຽນ ໄດ້ຮັບຟັງທ່ານ Tan Ghee Tiong, ຫົວໜ້າຂະແໜງວັດທະນະທໍາ-ຖະແຫຼງຂ່າວ, ຫ້ອງປະຊາຄົມວັດທະນະທໍາ-ສັງຄົມ, ຄະນະເລຂາອາຊຽນ ນຳສະເໜີຜ່ານລະບົບທາງໄກກ່ຽວກັບຍຸດທະສາດສື່ມວນຊົນອາຊຽນ, ບົດຮຽນຜັນຂະຫຍາຍຈາກຄະນະເລຂາອາຊຽນ; ຜູ້ຕາງໜ້າກະຊວງອຸດສາຫະກໍາ ແລະການຄ້ານຳສະເໜີກ່ຽວກັບວິວັດທະນາການສ້າງປະຊາຄົມເສດຖະກິດອາຊຽນ; ຜູ້ຕາງໜ້າກະຊວງແຮງງານ-ທະຫານເສຍອົງຄະ ແລະສັງຄົມນຳສະເໜີກ່ຽວກັບປະຊາຄົມວັດທະນະທໍາ-ສັງຄົມ ອາຊຽນ ສະໜິດຕິດພັນ ແລະຖືປະຊາຊົນເປັນໃຈກາງ.
	ໂດຍ: ຈາງຫງວຽນ