ທ່ານນາງ ຫວໍທິແອັງຊວນ ຊົມເຊີຍໝາກຜົນແຫ່ງການດໍາເນີນທຸລະກິດ ເຊິ່ງກຸ່ມບໍລິສັດ AIA ບັນລຸໄດ້ພາຍຫຼັງ 20 ປີແຫ່ງການເຄື່ອນໄຫວ ຢູ່ຫວຽດນາມ; ພ້ອມທັງເນັ້ນໜັກວ່າ ຫວຽດນາມ ຖືພາກສ່ວນເສດຖະກິດທີ່ມີທຶນຈາກຕ່າງປະເທດແມ່ນພາກສ່ວນສໍາຄັນຂອງພື້ນຖານ ເສດຖະກິດ; ສົ່ງເສີມວິສາຫະກິດຕ່າງປະເທດ ລົງທຶນເຂົ້າຫວຽດນາມ ໃຫ້ຫຼາຍກວ່າອີກ.

ທ່ານນາງ ຫວໍທິແອັງຊວນ ສະເໜີກຸ່ມບໍລິສັດ AIA ແບ່ງປັນບົດຮຽນກ່ຽວກັບຂົງເຂດປະກັນໄພ ແລະທັກສະຄຸ້ມຄອງການລົງທຶນດ້ານການເງິນ, ແບ່ງປັນບົດຮຽນຮັບມືກັບສິ່ງທ້າທາຍຈາກການປ່ຽນແປງຂອງດິນຟ້າອາກາດ ແລະຄວາມສ່ຽງອື່ນໆ ເພື່ອຮັບປະກັນການລົງທຶນ ແລະພັດທະນາແບບຍືນຍົງ; ປາດຖະໜາວ່າ ບັນດາຄູ່ຮ່ວມມືຕ່າງປະເທດ ຈະໜູນຊ່ວຍຫວຽດນາມ ໃນການກໍ່ສ້າງຊັບພະຍາກອນມະນຸດ, ລົງທຶນເຂົ້າພື້ນຖານໂຄງລ່າງ ແລະໜູນຊ່ວຍການເງິນ ໃຫ້ບັນດາໂຄງການຫັນປ່ຽນດີຈີຕອນ, ຫັນປ່ຽນພະລັງງານ ທີ່ມີຄວາມເປັນໄປໄດ້ສູງ.

leftcenterrightdel
ທ່ານນາງ ຫວໍທິແອັງຊວນ ຮອງປະທານປະເທດຫວຽດນາມ ຕ້ອນຮັບທ່ານ  Lee Yuan Siong ປະທານທັງເປັນຜູ້ອໍານວຍການບໍລິຫານກຸ່ມບໍລິສັດ AIA. ພາບ: ສໍານັກຂ່າວສານຫວຽດນາມ.

ສ່ວນທ່ານ Lee Yuan Siong ຕີລາຄາສູງຄວາມມານະພະຍາຍາມປັບປຸງສະພາບແວດລ້ອມແຫ່ງການລົງທຶນດໍາເນີນທຸລະກິດຂອງຫວຽດນາມ; ພ້ອມທັງຢັ້ງຢືນວ່າ ກຸ່ມບໍລິສັດ AIA ຈະສືບຕໍ່ພະຍາຍາມປະກອບສ່ວນເຂົ້າໃນການພັດທະນາແບບຍືນຍົງຂອງເສດຖະກິດ-ສັງຄົມ; ພິເສດແມ່ນໃນບັນດາການເຄື່ອນໄຫວ, ໂຄງການເພື່ອວົງຄະນະຍາດຢູ່ຫວຽດນາມ.

ໂດຍ: ທູຈາງ