ທະນາຄານ UOB (ສິງກະໂປ) ຫາກໍ່ຍົກລະດັບການຄາດຄະເນການເຕີບໂຕ GDP ປີ 2022 ຂອງຫວຽດນາມ ຈາກລະດັບ 6,5% ກ່ອນໜ້ານັ້ນຂຶ້ນເຖິງ 7%. ການຄາດຄະເນນີ້ແມ່ນໃນກໍລະນີບໍ່ໄດ້ຮັບຜົນສະທ້ອນຈາກພະຍາດໂຄວິດ-19 ແລະການເຕີບໂຕ GDP ຂອງ 6 ເດືອນທ້າຍປີແມ່ນປະມານ 7,6 - 7,8%. ທະນາຄານ UOB ຕີລາຄາການຟື້ນຟູຢ່າງແຮງຂອງເສດຖະກິດຫວຽດນາມ ໃນໄຕມາດທີ II ປີ 2022, ດ້ວຍລະດັບເຕີບໂຕ GDP 7,7% ແມ່ນລື່ນກາຍລະດັບການຄາດຄະເນຂອງບັນດາອົງການຄົ້ນຄວ້າ.

leftcenterrightdel
ພາບປະກອບຄັດຈາກສໍານັກຂ່າວສານຫວຽດນາມ.

ຕາມ UOB ແລ້ວ, ການເຕີບໂຕຢ່າງແຮງຂອງ GDP ຫວຽດນາມ ໃນໄຕມາດທີ II ປີ 2022 ໄດ້ຮັບການຊຸກຍູ້ ຍ້ອນການເຄື່ອນໄຫວຜະລິດໄດ້ເພີ່ມຄວາມໄວໃນໄຕມາດທີ 4 ຢ່າງຕໍ່ເນື່ອງ ແລະການຟື້ນຟູຢ່າງແຮງຂອງການເຄື່ອນໄຫວການບໍລິການໄດ້ຄ່ອຍໆກັບຄືນສູ່ທ່າເຕີບໂຕນັບຈາກຄັ້ງຫຼຸດລົງສຸດທ້າຍໃນໄຕມາດທີ III ປີ 2021. ໃນ 6 ເດືອນຕົ້ນປີ, GDP ຂອງຫວຽດນາມ ເພີ່ມຂຶ້ນ 6,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ຍ້ອນອີງຕາມລະດັບເຕີບໂຕ 9,7% ໃນຂົງເຂດຜະລິດ ແລະລະດັບເຕີບໂຕ 6,6% ໃນການເຄື່ອນໄຫວບໍລິການ.

ກ່ຽວກັບໄພເງິນເຟີ້, ທະນາຄານ OUB ຖືວ່າ ຄວາມກົດດັນໄພເງິນເຟີ້ ອາດຈະໄດ້ຮັບການຄວບຄຸມຍ້ອນຜົນກະທົບຫຼັກທີ່ກ່ຽວຂ້ອງເຖິງລາຄາພະລັງງານໃນຂະນະທີ່ລາຄາສະບຽງອາຫານ ຍັງໄດ້ຮັບການຄວບຄຸມຢູ່ລະດັບດີພໍສົມຄວນ.

ໂດຍ: ທະນາພອນ