leftcenterrightdel
ຄາດວ່າ ສັບປະດາ Festival ເຫວ້ 2022 ຈະດຶງດູດນັກທ່ອງທ່ຽວປະມານ 300.000 ເທື່ອຄົນ. ພາບ: vov.vn

ສັບປະດາ Festival ເຫວ້ 2022 ດຳເນີນໃນລະຫວ່າງວັນທີ 25-30 ມິຖຸນາ ພວມນຳມາໃຫ້ປະຊາຄົມ, ນັກທ່ອງທ່ຽວບັນດາການລົງຕົວຈິງທີ່ດູດດື່ມ. ໃນຊຸມວັນນີ້, ນັກທ່ອງທ່ຽວມາຢ້ຽມຢາມເຫວ້ ໄດ້ເພີ່ມຂຶ້ນສູງເພື່ອເຂົ້າຮ່ວມງານບຸນຕ່າງໆ. ດ້ວຍການເຄື່ອນໄຫວທີ່ອຸດົມສົມບູນຫຼາຍຢ່າງ ແລະດຶງດູດໃຈນັ້ນ, ຄາດວ່າ ສັບປະດາ Festival ເຫວ້ 2022 ຈະດຶງດູດນັກທ່ອງທ່ຽວປະມານ 300.000 ເທື່ອຄົນ.

ທ່ານ ຫງວຽນວັນຟຸກ ຫົວໜ້າພະແນກທ່ອງທ່ຽວແຂວງເທື່ອທຽນເຫວ້ ໃຫ້ຮູ້ວ່າ ນີ້ແມ່ນກາລະໂອກາດເພື່ອໃຫ້ຂະແໜງທ່ອງທ່ຽວທ້ອງຖິ່ນຟື້ນຟູຄືນໃໝ່ພາຍຫຼັງຖືກຜົນສະທ້ອນຈາກໂລກລະບາດໂຄວິດ-19 ມາເປັນເວລາ 2 ປີ. “ສິ່ງດັ່ງກ່າວໄດ້ສ້າງກຳລັງໜູນໃຫ້ແກ່ຂະແໜງທ່ອງທ່ຽວແຂວງເທື່ອທຽນເຫວ້, ພິເສດແມ່ນຫົວໜ່ວຍດຳເນີນທຸລະກິດການບໍລິການ, ທ່ອງທ່ຽວມີຄວາມເຊື່ອໝັ້ນກວ່າ ສືບຕໍ່ລົງທຶນພື້ນຖານໂຄງລ່າງ, ອຸປະກອນຕື່ມ, ຍົກສູງກຳລັງຮັບໃຊ້ກວ່າອີກ. ນີ້ກໍ່ແມ່ນການກະກຽມຕ້ອນຮັບນັກທ່ອງທ່ຽວສາກົນກັບຄືນເຫວ້ ໃນໄລຍະຈະມາເຖິງ”.

ໂດຍ: ວິທະຍຸກະຈາຍສຽງຫວຽດນາມ