leftcenterrightdel
ທີມແພດຂອງ Vietnam MRCC IV ໃຫ້ການປະຖົມພະຍາບານເບື້ອງຕົ້ນ ແລະພັນບາດຊົ່ວຄາວໃຫ້ແກ່ລູກເຮືອທີ່ຖືກອຸບັດຕິເຫດ. ພາບ: ຮ້ຽນບີ່ງ.

ກ່ອນໜ້ານັ້ນ, ໃນເວລາ 12 ໂມງຂອງວັນດຽວກັນ, ກຳປັ່ນ Alpha Afovos (ສັນຊາດເກຼັກ) ພວມເດີນທາງຈາກອິນໂດເນເຊຍ ໄປຈີນ, ເມື່ອອອກຈາກນະຄອນຍາຈາງໄປທາງທິດຕາເວັນອອກສ່ຽງໃຕ້ປະມານ 20 ໄມທະເລນັ້ນ, ກັບຕັນເຮືອລາຍງານວ່າໄດ້ເກີດອຸບັດຕິເຫດ, ມີລູກເຮືອ 2 ຄົນໄດ້ຮັບບາດເຈັບຫຼາຍສົມຄວນ, ເລືອດອອກຫຼາຍ. ພາຍຫຼັງໄດ້ຮັບຂ່າວ, Vietnam MRCC IV ໄດ້ສົ່ງກຳປັ່ນ SAR27-01 ທີ່ພວມເວນຍາມຢູ່ເຂດທະເລຍາຈາງເຂົ້າສຳພັດກັບກຳປັ່ນ Alpha Afovos ໂດຍໄວ ແລະນຳລູກເຮືອ 2 ຄົນທີ່ໄດ້ຮັບບາດເຈັບນັ້ນຂຶ້ນຝັ່ງເພື່ອປິ່ນປົວ.

ໂດຍ: ເຈິ່ນຮວ່ຽນ