ເລື່ອງສ້າງຖານຂໍ້ມູນແຫ່ງຊາດກ່ຽວກັບພະນັກງານ, ລັດຖະກອນ, ພາລະກອນນອນໃນແຜນຮ່າງຂອງກະຊວງພາຍໃນ ເພື່ອແນໃສ່ຜັນຂະຫຍາຍ, ຫັນໜ້າທີ່ທີ່ໄດ້ມອບໝາຍຢູ່ໃນມະຕິສະບັບເລກທີ 893 ຂອງນາຍົກລັດຖະມົນຕີ ກ່ຽວກັບການສ້າງຖານຂໍ້ມູນແຫ່ງຊາດກ່ຽວກັບພະນັກງານ, ລັດຖະກອນ, ພາລະກອນໃຫ້ປະກົດຜົນເປັນຈິງ. ນີ້ແມ່ນໜຶ່ງໃນບັນດາຖານຂໍ້ມູນແຫ່ງຊາດທີ່ມີຄວາມສໍາຄັນທີ່ສຸດ, ປະກອບສ່ວນຍົກສູງປະສິດທິພາບ, ປະສິດທິຜົນໃນວຽກງານຄຸ້ມຄອງພະນັກງານ, ລັດຖະກອນ, ພາລະກອນໃນບັນດາອົງການພາກລັດ, ຮັບໃຊ້ເປົ້າໝາຍຄຸ້ມຄອງ, ວາງແຜນນະໂຍບາຍ ແລະແມ່ນເຄື່ອງມືເພື່ອສັງລວມ, ສະຖິຕິປະລິມານ, ຄຸນນະພາບຖັນແຖວພະນັກງານ, ລັດຖະກອນ, ພາລະກອນໃນທ່ົວປະເທດ.

leftcenterrightdel
ພິທີລົງນາມໃນໂຄງການຮ່ວມມືສ້າງຖານຂໍ້ມູນແຫ່ງຊາດ ກ່ຽວກັບພະນັກງານ, ລັດຖະກອນ, ພາລະກອນໃນບັນດາອົງການພາກລັດ. ພາບ: vov.vn

ຕາມທ່ານ ເຈືອງຫາຍລອງ ຮອງລັດຖະມົນຕີກະຊວງພາຍໃນ ແລ້ວ, ໜ້າທີ່ສ້າງຖານຂໍ້ມູນແຫ່ງຊາດ ກ່ຽວກັບພະນັກງານ, ລັດຖະກອນ , ພາລະກອນ ແມ່ນໜຶ່ງໃນບັນດາໜ້າທີ່ສໍາຄັນໃນປັດຈຸບັນ, ບໍ່ພຽງແຕ່ແມ່ນຂອງກະຊວງພາຍໃນເທົ່ານັ້ນ ຫາກຍັງແມ່ນຂອງທຸກກະຊວງ, ຄະນະ, ຂະແໜງການ ແລະທ້ອງຖິ່ນ, ປະກອບສ່ວນຍູ້ແຮງວິວັດການສ້າງລັດຖະບານເອເລັກໂຕນິກໃນທ່ົວປະເທດ.

ໂດຍ: ທູຈາງ