ທ່ານ Choi Eui Gyo ຫົວໜ້າຜູ້ຕາງໜ້າອົງການຈັດຕັ້ງ GCS ສ.ເກົາຫຼີ ປະຈໍາ ຫວຽດນາມ ໃຫ້ຮູ້ວ່າ, ມີວິສາຫະກິດຂະໜາດນ້ອຍ ແລະກາງຢູ່ສ.ເກົາຫຼີ ມີຄວາມສົນໃຈ ແລະຢາກສະໜັບສະໜູນປະຊາຊົນຫວຽດນາມ. ທ່ານ ຕີລາຄາສູງບັນດາການເຄື່ອນໄຫວປຸກລະດົມການຊ່ວຍເຫຼືອຂອງສະຫະພັນບັນດາອົງການມິດຕະພາບນະຄອນຮ່າໂນ້ຍ. ຫຼາຍລະບຽບການໄດ້ຜັນຂະຫຍາຍຢ່າງສະດວກດ້ວຍການຮ່ວມມືຢ່າງມີຄວາມຮັບຜິດຊອບ, ມີການໜູນຊ່ວຍຫຼາຍສຸດຂອງສະຫະພັນບັນດາອົງການມິດຕະພາບນະຄອນຮ່າໂນ້ຍ.

leftcenterrightdel
ບັນຍາກາດທີ່ພິທີມອບຫ້ອງຄອມພິວເຕີໃຫ້ນັກຮຽນຮ່າໂນ້ຍ. ພາບ: ສໍານັກຂ່າວສານຫວຽດນາມ.

ດ້ວຍທິດນໍາເປັນເຈົ້າການ, ມີໄຫວພິບ, ປະດິດສ້າງ, ມີປະສິດທິຜົນ, ເຖິງວ່າຖືກຜົນສະທ້ອນຈາກພະຍາດໂຄວິດ-19 ກໍ່ຕາມ, ສະຫະພັນ ບັນດາອົງການມິດຕະພາບນະຄອນຮ່າໂນ້ຍ ຍັງມານະພະຍາຍາມເຮັດວຽກງານຂົນຂວາຍເອົາການຊ່ວຍເຫຼືອນຳອົງການທີ່ບໍ່ຂຶ້ນກັບລັດຖະບານຕ່າງປະເທດຢູ່ ຫວຽດນາມ ຜ່ານໂຄງການຊ່ວຍເຫຼືອ SGI Dream Class - ໂຄງການກໍ່ສ້າງບັນດາຫ້ອງຄອມພິວເຕີຢູ່ໂຮງຮຽນແຫ່ງຕ່າງໆທີ່ກໍາລັງປະສົບກັບຄວາມຫຍຸ້ງຍາກຂອງຫວຽດນາມ. ຜ່ານນັ້ນ, ປະກອບສ່ວນຊ່ວຍໃຫ້ເດັກນ້ອຍໄດ້ເຂົ້າເຖິງຂໍ້ມູນຂ່າວສານ, ເຕັກໂນໂລຢີໃໝ່.

ປີ 2022, ຜ່ານສະຫະພັນບັນດາອົງການມິດຕະພາບນະຄອນຮ່າໂນ້ຍ, ອົງການສ.ເກົາຫຼີ ປະຈໍາ ຫວຽດນາມ ຈະສືບຕໍ່ມອບຫ້ອງຄອມພິວເຕີສອງຫ້ອງ ແລະຫໍສະໝຸດສອງແຫ່ງທີ່ມີມູນຄ່າທັງໝົດ 1,8 ຕື້ດົ່ງໃຫ້ໂຮງຮຽນບາງແຫ່ງຢູ່ເມືອງ ມີ໊ດຶກ ແລະເທດສະບານເມືອງ ເຊີນເຕິຍ.

ໂດຍ: ໄຊນີດາ