leftcenterrightdel
ໂຮງງານ Samsung ຢູ່ແຂວງບັ໊ກນີງ. ພາບ: ລຽນເຟືອງ

ຜົນການເຕີບໂຕກ່ຽວກັບລາຍຮັບ ແລະການສົ່ງອອກແມ່ນຍ້ອນບັນດາໂຮງງານຂອງ Samsung ໄດ້ປະຕິບັດມາດຕະການປ້ອງກັນ ແລະຕ້ານໂລກລະບາດຢ່າງເຂັ້ມງວດຕາມຂໍ້ກຳນົດຂອງລັດຖະບານຫວຽດນາມ ເມື່ອພະຍາດໂຄວິດ-19 ແຜ່ລະບາດຄັ້ງທີ 4 ຜັນແປຢ່າງສັບສົນ ແຕ່ທ້າຍເດືອນເມສາ 2021. ຄຽງຂ້າງນັ້ນ, Samsung ຫວຽດນາມ ຍັງໄດ້ຮັບການໜູນຊ່ວຍຮອບດ້ານຈາກລັດຖະບານຫວຽດນາມ ແລະ ອຳນາດການປົກຄອງທ້ອງຖິ່ນ ບ່ອນທີ່ມີໂຮງງານຂອງ Samsung ແລະບັນດາຜູ້ສະໜອງ. ທ່ານ Choi Joo Ho ໃຫ້ຮູ້ວ່າ “ຕອບແທນການໜູນຊ່ວຍຂອງລັດຖະບານຫວຽດນາມ, ພວກຂ້າພະເຈົ້າ ບໍ່ປ່ຽນຍຸດທະສາດດຳເນີນທຸລະກິດຢູ່ຫວຽດນາມ ຍ້ອນໂລກລະບາດໂຄວິດ-19. ໄລ່ຮອດທ້າຍປີ 2021, ຍອດຈຳນວນເງິນລົງທຶນສະສົມຂອງ Samsung ຫວຽດນາມ ແມ່ນ 18 ຕື້ໂດລາສະຫະລັດ, ລື່ນກາຍ 102% ເມື່ອທຽບໃສ່ທຶນທີ່ໄດ້ຮັບອະນຸມັດໃນປີ 2020 ແມ່ນ 17,7 ຕື້ໂດລາສະຫະລັດ”.

ໂດຍ: ທະນາພອນ