ບັນດາການເຄື່ອນໄຫວແມ່ນມຸ່ງໄປເຖິງການປະກອບສ່ວນພ້ອມກັບຄະນະພັກ, ອໍານາດການປົກຄອງເບິ່ງແຍງດູແລການໜູນຊ່ວຍສັງຄົມ ແລະເຂົ້າຮ່ວມການປ້ອງກັນ, ຕ້ານພະຍາດໂຄວິດ-19. ບໍລິເວນປະຕິບັດກິດຈະກໍາສະໝັກໃຈແມ່ນສຸມໃສ່ຢູ່ນະຄອນຖູດຶກ ແລະ 21 ເມືອງ, ບັນດາໂຮງໝໍ, ເຮືອນພັກສໍາລັບຜູ້ຊະລາ, ຮາກຖານສັງຄົມ, ຫໍພັກນັກສຶກສາ, ເຂດພັກພາອາໄສ, ຫ້ອງເຊົ່າຂອງກໍາມະກອນ...ເສື້ອສີເຫຼືອງແຫ່ງຄວາມສະໝັກໃຈທີ່ເປັນເອກະລັກສະເພາະຂອງກິດຈະກໍາ “ລະດູບານໃໝ່ສະໝັກໃຈ” ໄດ້ ແລະກໍາລັງປະກອບສ່ວນແຜ່ຂະຫຍາຍນໍ້າໃຈຕະລຸມບອນ, ຂະຫຍັນຂັນເຄື່ອນຂອງໄວໜຸ່ມນະຄອນໂຮ່ຈີມິນ, ນໍາເອົາຄວາມຮັກແພງມາໃຫ້ທຸກຄົນ, ທຸກຄອບຄົວ. ກິດຈະກໍາດັ່ງກ່າວໄດ້ກາຍເປັນ “ຈຸດນັດພົບ” ສະໝັກໃຈທີ່ມີຄວາມໝາຍໃຫ້ແກ່ສະມາຊິກຊາວໜຸ່ມ, ໄວໜຸ່ມນະຄອນ ເນື່ອງໃນໂອກາດປີໃໝ່ໄດ້ວຽນມາບັນຈົບຄົບຮອບອີກວາລະໜຶ່ງ. 

leftcenterrightdel
ໄວໜຸ່ມເມືອງຍ່າແບ່ ໄປຢ້ຽມຢາມຖາມຂ່າວ, ມອບຂອງຂວັນປີໃໝ່ໃຫ້ຄອບຄົວທີ່ໄດ້ຮັບຜົນສະທ້ອນຈາກພະຍາດໂຄວິດ-19. ພາບ: ຮົ່ງຢາງ.
leftcenterrightdel
ບັນດາຮາກຖານຊາວໜຸ່ມ, ສະຫະພັນຢູ່ນະຄອນຂົນຂວາຍສະມາຊິກຊາວໜຸ່ມ, ໄວໜຸ່ມເຂົ້າຮ່ວມການບໍລິຈາກເລືອດແບບສະໝັກໃຈ. ພາບ: ຮົ່ງຢາງ.
leftcenterrightdel
ໄວໜຸ່ມເມືອງ 12 ສົມທົບກັບກອງບັນຊາການທະຫານເມືອງມອບຂອງຂວັນປີໃໝ່ໃຫ້ພະນັກງານ, ນັກຮົບທະຫານລາດທີ່ປະສົບຄວາມຫຍຸ້ງຍາກ. ພາບ: ຮົ່ງຢາງ.

ໂດຍ: ໄຊຊະນະ