ກ່າວຄໍາເຫັນທີ່ການພົບປະສັງສັນ, ທ່ານນາງ ຫງວຽນທິບິກເຫວ້, ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ອີຕາລີ ເນັ້ນໜັກວ່າ ເຖິງວ່າໃນປີ 2021, ໂລກຍັງປະສົບກັບຄວາມຫຍຸ້ງຍາກລໍາບາກຍ້ອນພະຍາດໂຄວິດ-19 ກໍ່ຕາມ, ແຕ່ວົງເງິນການຄ້າສອງສົ້ນລະຫວ່າງຫວຽດນາມ-ອີຕາລີ ຍັງບັນລຸລະດັບ 5,6 ຕື້ໂດລາສະຫະລັດ, ໃນນັ້ນວົງເງິນການສົ່ງອອກຂອງຫວຽດນາມ ໄປຍັງອີຕາລີ ບັນລຸ 3,8 ຕື້ໂດລາສະຫະລັດ (ເພີ່ມຂຶ້ນ 22%) ແລະວົງເງິນການນໍາເຂົ້າບັນລຸ 1,8 ຕື້ໂດລາສະຫະລັດ (ເພີ່ມຂຶ້ນ 19%).

leftcenterrightdel
ທ່ານນາງ ຫງວຽນທິບິກເຫວ້ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ອີຕາລີ ກ່າວຄໍາເຫັນທີ່ການພົບປະສັງສັນ. ພາບ: ສໍານັກຂ່າວສານຫວຽດນາມ.

ສ່ວນທ່ານ ຟ້າມວັນຮົ່ງ, ຜູ້ຕາງໜ້າຄະນະໃຫ້ຄໍາປຶກສາຂອງ ASSOEVI ແບ່ງປັນວ່າ ດ້ວຍບົດບາດແມ່ນສະຖານທີ່ສ້າງກາລະໂອກາດດໍາເນີນທຸລະກິດຫຼາຍຢ່າງ ແລະເປັນຂົວເຊື່ອມຕໍ່ລະຫວ່າງສອງປະເທດຫວຽດນາມ-ອີຕາລີ ຕ້ອງເຄື່ອນໄຫວນັບມື້ນັບມີປະສິດທິຜົນກວ່າອີກເພື່ອສ້າງພື້ນຖານພັດທະນາໝັ້ນແກ່ນໃນອະນາຄົດ.

ບັນດາຄໍາເຫັນອື່ນອີກທີ່ໄດ້ແລກປ່ຽນໃນການພົບປະສັງສັນກໍ່ໄດ້ຍົກອອກຄໍາສະເໜີເພື່ອໃຫ້ ASSOEVI ປະກອບສ່ວນເຂົ້າໃນວິວັດການເຊື່ອມຕໍ່ລະຫວ່າງວິສາຫະກິດຂອງສອງປະເທດໃຫ້ຫຼາຍກວ່າອີກໂດຍຜ່ານການເຄື່ອນໄຫວສົມທົບກັນໂຄສະນາເຜີຍແຜ່ກ່ຽວກັບຂໍ້ມູນຂ່າວສານ, ໜູນຊ່ວຍລະບຽບການດ້ານນິຕິກໍາ, ຈັດຕັ້ງການເຄື່ອນໄຫວຄົ້ນຄວ້າ, ສໍາຫຼວດຕະຫຼາດອີຕາລີ ແລະຫວຽດນາມ... ເພື່ອແນໃສ່ຊອກຫາກາລະໂອກາດລົງທຶນ ແລະດໍາເນີນທຸລະກິດໃຫ້ແກ່ວິສາຫະກິດອີຕາລີ ແລະຫວຽດນາມ.

ໂດຍ: ທູຈາງ