ຫວ່າງແລ້ວນີ້, ສຳນັກຂ່າວສານ ANSA ໄດ້ຄັດຄຳເວົ້າຂອງທ່ານ Antonio Alessandro ເອກອັກຄະລັດຖະທູດອີຕາລີ ປະຈຳ ຫວຽດນາມ ໂດຍຢັ້ງຢືນວ່າ, ຫວຽດນາມ ແມ່ນປະເທດນຳມາເຊິ່ງກາລະໂອກາດຫຼາຍຢ່າງໃຫ້ແກ່ອີຕາລີ ແລະແມ່ນຂົວເຊື່ອມຕໍ່ເພື່ອເຂົ້າເຖິງຕະຫຼາດ ອາຊີຕາເວັນອອກສ່ຽງໃຕ້.

leftcenterrightdel
ທ່ານ Antonio Alessandro ເອກອັກຄະລັດຖະທູດອີຕາລີ ປະຈຳຫວຽດນາມ. ພາບ: chinhphu.vn

ທ່ານເອກອັກຄະລັດຖະທູດ Antonio Alessandro ຕີລາຄາວ່າ, ຫວຽດນາມ ພວມຢູ່ໃນວິວັດທະນາການຟື້ນຟູຢ່າງຮອບດ້ານ ແລະແມ່ນຮາກຖານຜະລິດຂອງບັນດານັກລົງທຶນຂອງ ອີຕາລີ, ພ້ອມທັງສວມບົດບາດເປັນຂົວເຊື່ອມຕໍ່ມຸ່ງໄປສູ່ສ່ວນຍັງເຫຼືອຂອງອາຊຽນ. ທ່ານ Antonio Alessandro ຢືນຢັນວ່າ, ຮູບແບບການພັດທະນາເສດຖະກິດ - ສັງຄົມຂອງ ຫວຽດນາມ ໄດ້ນຳມາເຊິ່ງສະຖຽນລະພາບທີ່ດີໃຫ້ແກ່ວິສາຫະກິດ ແລະບັນດາວິສາຫະກິດຂອງ ອີຕາລີ ກໍ່ຕີລາຄາສູງຕໍ່ສິ່ງດັ່ງກ່າວ.

ທ່ານເອກອັກຄະລັດຖະທູດ ໃຫ້ຮູ້ວ່າ ອີຕາລີ ສືບຕໍ່ຊຸກຍູ້ການໂຄສະນາເຜີຍແຜ່ສ້າງເຄື່ອງໝາຍການຄ້າແຫ່ງຊາດໂດຍກະຊວງການຕ່າງປະເທດອີຕາລີ ປຸກລະດົມ, ໃນນັ້ນ ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດ ບຸລິມະສິດ, ດ້ວຍເນື້ອໃນໂຄສະນາເຜີຍແຜ່ໄດ້ແປເປັນພາສາຫວຽດນາມ.

ໂດຍ: ທະນາພອນ