ເວທີປາໄສເສດຖະກິດຫວຽດນາມ 2021 ໂດຍກໍາມາທິການເສດຖະກິດຂອງສະພາແຫ່ງຊາດ ສົມທົບກັບຄະນະເສດຖະກິດສູນກາງ, ສະພາມະຫາບັນດິດວິທະຍາສາດສັງຄົມຫວຽດນາມ ຈັດຕັ້ງຕາມແຜນນະໂຍບາຍຂອງຄະນະປະຈໍາສະພາແຫ່ງຊາດ.

leftcenterrightdel
ບັນຍາກາດທີ່ກອງປະຊຸມຂ່າວ. ພາບ: ກວາງຝຸກ. 

ເວທີປາໄສເສດຖະກິດຫວຽດນາມ ປີ 2021 ດ້ວຍເປົ້າໝາຍ “ຟື້ນຟູ ແລະພັດທະນາເສດຖະກິດ-ສັງຄົມ”. ເວທີປາໄສຈະຕີລາຄາພື້ນຖານເສດຖະກິດຫວຽດນາມ ໃນປີ 2020 ແລະປີ 2021 ຢ່າງຮອບດ້ານ ແລະພາວະວິໄສຕາມສະພາບຕົວຈິງ; ບັນດານະໂຍບາຍໄດ້ປະຕິບັດເພື່ອຮັບມືກັບພະຍາດໂຄວິດ-19 ແລະໝາກຜົນ.

ແນະນໍາກ່ຽວກັບເວັບໄຊສື່ເອເລັກໂຕນິກເວທີປາໄສ, ເລຂາທິການສະພາແຫ່ງຊາດ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ບຸ່ຍວັນເກື່ອງ ໃຫ້ຮູ້ວ່າ ເວັບໄຊມີຊື່ວ່າ diendankinhte.quochoi.vn. ເວັບໄຊໄດ້ອອກແບບທັນສະໄໝ, ດ້ວຍສອງພາສາແມ່ນພາສາຫວຽດ ແລະພາສາອັງກິດ, ແມ່ນເຄື່ອງມືເພື່ອໃຫ້ຄະນະຈັດຕັ້ງສັງລວມ, ສະໜອງຂໍ້ມູນທາງການກ່ຽວກັບເວທີປາໄສເສດຖະກິດຫວຽດນາມ ບໍ່ພຽງແຕ່ແມ່ນໃນປີ 2021 ເທົ່ານັ້ນ, ຫາກຍັງສືບຕໍ່ເຄື່ອນໄຫວ, ອັບເດດຂໍ້ມູນໃຫ້ເວທີປາໄສຄັ້ງຕໍ່ໆໄປອີກ.

ໂດຍ: ກວຽດເຕີມ