ບັນດານັກປາຖະກະຖາເຂົ້າຮ່ວມກອງປະຊຸມສຳມະນາໄດ້ແບ່ງປັນບົດຮຽນ ແລະຄວາມຮູ້ລົງເລິກກ່ຽວກັບບັນຫາຄຸ້ມຄອງຂີ້ເຫຍ້ືອແຂງສັງລວມ ແລະການປ່ຽນແປງຂອງດິນຟ້າອາກາດ; ການສົມທົບກັນລະຫວ່າງອໍານາດການປົກຄອງຂັ້ນສູນກາງ ແລະທ້ອງຖິ່ນ ກໍ່ຄືຄວາມໝາຍຂອງມັນໃນການບັນລຸໄດ້ເປົ້າໝາຍເສດຖະກິດໝູນວຽນ ແລະຫຼຸດຜ່ອນການປ່ອຍອາຍພິດລົງໃນລະດັບ 0; ວິທີປະສານງານການກະທໍາ ແລະລົງທຶນລວມໝູ່ໃຫ້ແກ່ພື້ນຖານເສດຖະກິດໝູນວຽນ, ມາດຕະການ ແລະລະບົບຄຸ້ມຄອງຊັບພະຍາກອນສັງລວມເພື່ອຫັນລະບົບຄຸ້ມຄອງຂີ້ເຫຍື້ອ ໃຫ້ດີທີ່ສຸດຕາມທິດໝູນວຽນ ແລະກາກບອນເປັນກາງ.

leftcenterrightdel
ບັນຍາກາດທີ່ກອງປະຊຸມສໍາມະນາ. ພາບ: ສະຖານທູດນອກແວ.

ເນື່ອງໃນໂອກາດນີ້, ກອງທຶນຂໍ້ລິເລີ່ມພັດທະນານະຄອນອາຊີ (CDIA) ໃຫ້ຄໍາໝັ້ນສັນຍາຊ່ວຍເຫຼືອໂຄງການລົງທຶນຄຸ້ມຄອງຂີ້ເຫຍືຶ້ອແຂງທີ່ມີລັກສະນະສັງລວມໃຫ້ນະຄອນຫວູງເຕົ່າ, ລວມມີການແບ່ງປະເພດຂ້ີເຫຍື້ອ, ເກັບ, ແບ່ງປະເພດຢູ່ຮາກຖານຂົນສົ່ງ, ຜະລິດຄືນໃໝ່ ແລະບໍາບັດຈົນເຖິງຂັ້ນຕອນສຸດທ້າຍແມ່ນປັດເຂ່ຍຂີ້ເຫຍື້ອ.

ໂດຍ: ເກື່ອງດັ້ງ