leftcenterrightdel
ທ່ານ Robert Greenan ຜູ້ຮັກສາການກົງສູນໃຫຍ່ອາເມລິກາ ປະຈໍາ ນະຄອນໂຮ່ຈີມິນ ໄປຢ້ຽມຢາມ ແລະເຮັດວຽກກັບການນໍາແຂວງດົ່ງນາຍ. ພາບ:​ ເຮືອງຢາງ.

ໃນໄລຍະຜ່ານມາ, ແຂວງດົ່ງນາຍ ດຶງດູດການລົງທຶນຕ່າງປະເທດໄດ້ 1.541 ໂຄງການ, ດ້ວຍຍອດທຶນຈົດທະບຽນເກືອບ 32,5 ຕື້ໂດລາສະຫະລັດ. ໃນນັ້ນ, ບັນດາວິສາຫະກິດອາເມລິກາ ລົງທຶນເຂົ້າແຂວງແມ່ນກວ່າ 20 ໂຄງການ, ດ້ວຍຍອດຈຳນວນທຶນເກືອບ 300 ລ້ານໂດລາສະຫະລັດ. ໃນຫຼາຍປີຜ່ານມາ, ອາເມລິກາແມ່ນ ຕະຫຼາດສົ່ງອອກໃຫຍ່ທີ່ສຸດຂອງແຂວງດົ່ງນາຍ, ກວມເອົາເກືອບ 30% ໃນຍອດວົງເງິນສົ່ງອອກ. ພ້ອມກັນນັ້ນ, ອາເມລິກາ ກໍ່ແມ່ນຕະຫຼາດນໍາເຂົ້າໃຫຍ່ຂອງແຂວງດົ່ງນາຍ... ທ່ານ ຢັ້ງຢືນວ່າ, ໃນໄລຍະຈະມາເຖິງຈະແນະນໍາບັນດາທ່າໄດ້ປຽບຂອງແຂວງດົ່ງນາຍ ໃຫ້ວິສາຫະກິດອາເມລິກາ, ເຊື່ອມຕໍ່ເພື່ອເປີດກວ້າງການລົງທຶນເຂົ້າແຂວງ. ຄຽງຂ້າງນັ້ນ, ທ່ານ Robert Greenan ຍັງສະເໜີແຂວງດົ່ງນາຍ ໜູນຊ່ວຍບຸກເບີກໜ້າພຽງຢ່າງໄວເພື່ອແກ້ໄຂມົນລະພິດຢູ່ເຂດໃກ້ກັບສະໜາມບິນບຽນຮວ່າ. 

ໂດຍ: ເກື່ອງດັ້ງ