ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນໄດ້ປຶກສາຫາລື, ປະກອບຄຳເຫັນໃສ່ບັນດາເນື້ອໃນຫຼັກ, ລວມມີ: ກຳນົດຄວາມໝາຍຂອງວັນເຊີດຊູພາສາຫວຽດນາມ; ເລືອກເອົາວັນເໝາະສົມ ແລະບັນດາກິດຈະກຳທີ່ສາມາດຈັດຕັ້ງພາຍໃນປະເທດ ແລະບັນດາທ້ອງຖິ່ນມີຊາວຫວຽດນາມ ດຳລົງຊີວິດ.

leftcenterrightdel
ທ່ານ ຟ້າມກວາງຫ້ຽວ ຮອງລັດຖະມົນຕີຕ່າງປະເທດ, ຫົວໜ້າຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ກ່າວຄໍາເຫັນໄຂກອງປະຊຸມສຳມະນາ. ພາບ: dangcongsan.vn.

ບັນດາບົດປະກອບຄຳເຫັນສ່ວນຫຼາຍໄດ້ເນັ້ນໜັກເຖິງຄວາມສຳຄັນຕ້ອງມີວັນເຊີດຊູພາສາຫວຽດນາມ ດ້ວຍວິວັດການຮັກສາ, ເສີມຂະຫຍາຍສີສັນວັດທະນະທຳຂອງຊາດໃນປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດເວົ້າສະເພາະ ແລະຊາດຫວຽດນາມ ເວົ້າລວມ. ຜູ້ແທນບາງຄົນເຫັນດີສະເໜີເອົາວັນທີ 8 ກັນຍາ (ວັນລັດຖະບານຊົ່ວຄາວແຫ່ງປະເທດ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ປຸກລະດົມຂະບວນການ “ປະຊາສຶກສາ”, ກໍ່ແມ່ນວັນປະທານໂຮ່ຈີມິນ ກ່າວປາໄສທີ່ກອງປະຊຸມໃຫຍ່ ຄັ້ງທີ III ສະມາຄົມນັກຂ່າວຫວຽດນາມ ກ່ຽວກັບພາສາຫວຽດນາມ) ແມ່ນວັນເຊີດຊູພາສາຫວຽດນາມ.

ໂດຍ: ແສງເດືອນ