ການແຂ່ງຂັນຄັ້ງນີ້ໄດ້ຮັບການຈັດຕັ້ງເພື່ອແນໃສ່ຊ່ວຍນັກສຶກສາລາວ ແລະກຳປູເຈຍ ຍົກສູງ 4 ທັກສະ, ຄື: ການຟັງ, ການເວົ້າ, ການອ່ານ ແລະການຂຽນພາສາຫວຽດນາມ. ນີ້ກໍ່ແມ່ນກາລະໂອກາດດີເພື່ອໃຫ້ນັກສຶກສາຊອກຮູ້ຢ່າງເລິກເຊິ່ງກ່ຽວກັບຄົນ, ວັດທະນະທຳ, ຮີດຄອງປະເພນີ, ສາຍພົວພັນທ່ີເປັນມູນເຊື້ອຂອງ 3 ປະເທດອິນດູຈີນ ເຊິ່ງຮຸ່ນພໍ່ຮຸ່ນອ້າຍໄດ້ເພີ່ມພູນຄູນສ້າງ.

leftcenterrightdel
ລາຍການສະແດງສິລະປະຂອງນັກສຶກສາກຳປູເຈຍ ທີ່ການແຂ່ງຂັນ. ພາບ: ຕ໊ວນເຊີນ.

ດ້ວຍຫົວຂໍ້ “ໄວໜຸ່ມພະແນກສາກົນສາມັກຄີ, ປະດິດສ້າງ, ຮ່ຳຮຽນດີ, ຝຶກຝົນຫຼໍ່ຫຼອມຢ່າງເຂັ້ມງວດ”, ການແຂ່ງຂັນ Olympic ພາສາຫວຽດນາມ ຄັ້ງທີ 2 ມີການເຂົ້າຮ່ວມຂອງ 4 ທີມ (ນັກສຶກລາວມີ 2 ທີມ ແລະນັກສຶກສາກຳປູເຈຍ ມີ 2 ທີມ) ດ້ວຍຊື່ເອີ້ນວ່າ: ໄວປານຟ້າແມບ, ມູນເຊື້ອ, ສ້າງວິລະກຳ ແລະຕະລຸມບອນ. ຜົນການແຂ່ງຂັນມີຢູ່ວ່າ, ທີມໄວປານຟ້າແມບ ຍາດໄດ້ລາງວັນທີ 1; ຄະນະຈັດຕັ້ງກໍ່ມອບລາງວັນໃຫ້ແກ່ນັກສຶກສາທີ່ຍາດໄດ້ຜົນງານດີເດັ່ນທີ່ການແຂ່ງຂັນ.

ໂດຍ: ແສງເດືອນ