ການຮ່ວມມືດໍາເນີນທຸລະກິດ, ໜູນຊ່ວຍການຈໍາໜ່າຍສິນຄ້າຫວຽດນາມ ຢູ່ຕ່າງປະເທດ
    
    
    
        
            
ກປ.ອອນໄລ - ວັນທີ 18 ຕຸລາ, ສະມາຄົມນັກທຸລະກິດ ແລະລົງທຶນຫວຽດນາມ-ສ.ເກົາຫຼີ (VKBIA) ແລະສະມາຄົມວິສາຫະກິດຫວຽດນາມ ຢູ່ ລາຊະອານາຈັກອັງກິດ (VBUK) ໄດ້ເຊັນບົດບັນທຶນຊ່ວຍຈໍາການຮ່ວມມືຮອບດ້ານຜ່ານລະບົບທາງໄກໃຫ້ລາຍການ “ສົມທົບກັນໂຄສະນາ, ດຶງດູດການລົງທຶນ, ການຮ່ວມມືດຳເນີນທຸລະກິດ, ໜູນຊ່ວຍການຈໍາໜ່າຍສິນຄ້າຫວຽດນາມ ຢູ່ຕ່າງປະເທດ”.
        
        
        
            
	
		
			
				     | 
		
		
			
				  | 
		
		
			| 
				ຜູ້ແທນເຂົ້າຮ່ວມພິທີເຊັນສັນຍາ. ພາບ: ສໍານັກຂ່າວສານຫວຽດນາມ. | 
		
	
	ກ່າວຄໍາເຫັນທີ່ພິທີ, ທ່ານ Kim Seok Pil ຮອງປະທານສະມາຄົມ VKBIA, ໃຫ້ຮູ້ວ່າ VKBIA ຈະສົມທົບກັນຊຸກຍູ້ການຮ່ວມມືລະຫວ່າງບັນດາຄູ່ຮ່ວມມືຫວຽດນາມ, ສ.ເກົາຫຼີ ແລະຄູ່ຮ່ວມມືທີ່ປະເທດຕ່າງໆ.
	ສອງຝ່າຍກໍ່ຈະມານະພະຍາຍາມຮ່ວມມືຢ່າງຮອບດ້ານໃນການຊອກຫາ ແລະຜັນຂະຫຍາຍກາລະໂອກາດຮ່ວມມືຫຼາຍຝ່າຍຢູ່ຫວຽດນາມ ແລະສ.ເກົາຫຼີ, ລາຊະອານາຈັກອັງກິດຜ່ານການເຊື່ອມຕໍ່ເຄືອຂ່າຍວິສາຫະກິດ, ນັກທຸລະກິດຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ອົງການຈັດຕັ້ງຂອງປະເທດຕ່າງໆ, ເພີ່ມທະວີນໍາໃຊ້ເຄືອຂ່າຍຄູ່ຮ່ວມມືຂອງຝ່າຍຕ່າງໆໃນການເຂົ້າເຖິງຕະຫຼາດຕ່າງໆດ້ວຍເປົ້າໝາຍລະອຽດ.
	ໃນໄລຍະຈະມາເຖິງ, VKBIA ແລະ VBUK ຈະມີການເຄື່ອນໄຫວແທດຈິງຫຼາຍຢ່າງ, ປະກອບສ່ວນໜູນຊ່ວຍວິສາຫະກິດ ແລະທ້ອງຖິ່ນຂອງຫວຽດນາມ ພົວພັນແລກປ່ຽນການຄ້າກັບອົງການ, ຄູ່ຮ່ວມມືທີ່ກ່ຽວຂ້ອງຂອງຫວຽດນາມ, ສ.ເກົາຫຼີ, ລາຊະອານາຈັກ ແລະປະເທດອື່ນໆ.
	ໂດຍ: ກວຽດເຕີມ