ແມ່ນເຫດການຈັດຕັ້ງປະຈໍາປີ ນັບແຕ່ປີ 2019, ການແຂ່ງຂັນແມ່ນເພື່ອແນໃສ່ຊອກຫາແນວຄວາມຄິດ, ຜະລິດຕະພັນ, ມາດຕະການເຕັກໂນໂລຢີອຸດສາຫະກໍາປະດິດສ້າງ, ມີຄວາມສາມາດນໍາໃຊ້ເຂົ້າໃນຂະແໜງການ, ຂົງເຂດສັງຄົມໃນລາຍການຫັນປ່ຽນດີຈີຕອນແຫ່ງຊາດ.

leftcenterrightdel
ທ່ານ ຫງວຽນແມ້ງຮຸ່ງ ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະສື່ສານຫວຽດນາມ ມອບລາງວັນທີ 1 ໃຫ້ຜູ້ຕາງໜ້າທີມ Vintom. ພາບ: qdnd.vn.

ທີ່ Viet Solutions 2021, ຄະນະຈັດຕັ້ງໄດ້ຄັດເລືອກເອົາທີມທີ່ຊະນະ. ລາງວັນທີ 1 ມີມູນຄ່າ 300 ລ້ານດົ່ງ ແມ່ນເປັນຂອງທີມ Vintom ກັບສະມາຊິກທີ່ມາຈາກໂປໂລຍ ແລະຫວຽດນາມ ດ້ວຍມາດຕະການເຕັກໂນໂລຢີຂຶ້ນກັບຂົງເຂດການເງິນ-ທະນາຄານ. ສອງລາງວັນທີ 2 ແຕ່ລະລາງວັນມີມູນຄ່າ 200 ລ້ານດົ່ງແມ່ນຂອງທີມ DiGiAds ແລະ CyberPurify.

ປຸກລະດົມ Viet Solutions 2022, ທ່ານ ຫງວຽນແມ້ງຮຸ່ງ ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະສື່ສານຫວຽດນາມ ຖືວ່າ ພວກເຮົາຍັງມີເວລາຫຼາຍເພື່ອປະຕິບັດຫຼາຍວຽກງານໃນປີ 2022, ແຕ່ດ້ວຍເງື່ອນໄຂແມ່ນແຕ່ລະນາທີໃນການດໍາລົງຊີວິດຂອງຕົນ ພວກເຮົາຍາມໃດກໍ່ມີ Viet Solutions. ທ່ານເນັ້ນໜັກວ່າ “ຂ້າພະເຈົ້າຫວັງວ່າ Viet Solutions 2022 ຈະມີການປ່ຽນແປງໃໝ່ຢ່າງແຮງເພື່ອຊ່ວຍຫວຽດນາມ ພັດທະນາຢ່າງກະໂດດຂັ້ນ”.

ໂດຍ: ຈາງຫງວຽນ