ການໂອ້ລົມສົນທະນາເປັນເວທີປາໄສ ເພື່ອໃຫ້ສອງຝ່າຍທົບທວນຄືນຜົນງານທີ່ບັນລຸໄດ້ໃນ 10 ປີຜ່ານມາ, ກໍານົດໂອກາດ ແລະສິ່ງທ້າທາຍໃນໄລຍະຈະມາເຖິງ ເພື່ອສືບຕໍ່ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດເລິກເຊິ່ງກວ່າອີກ. ຜູ້ແທນປະກອບຄໍາເຫັນທີ່ການໂອ້ລົມສົນທະນາໄດ້ຢັ້ງຢືນວ່າ ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດໃນທົດສະວັດທີ່ຜ່ານມາໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນທັງສອງຝ່າຍ ແລະຫຼາຍຝ່າຍ.

leftcenterrightdel
ບັນຍາກາດທີ່ການໂອ້ລົມສົນທະນາ. ພາບ: baoquocte.vn.

ໃນສະພາບການຍຸດທະສາດທົ່ວໂລກມີການປ່ຽນແປງຫຼາຍຢ່າງພາຍຫຼັງ 10 ປີ, ສອງປະເທດສືບຕໍ່ແບ່ງປັນຜົນປະໂຫຍດລວມກ່ຽວກັບການເຄົາລົບກົດໝາຍສາກົນ ແລະຮັກສາຄວາມເປັນລະບຽບຮຽບຮ້ອຍ, ເຊີດຊູລັດທິຫຼາຍຝ່າຍ, ຮັບປະກັນສັນຕິພາບ ແລະຄວາມໝັ້ນຄົງສາກົນ. ສອງຝ່າຍພ້ອມກັນຢືນຢັນຄວາມສຳຄັນຂອງການພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ເຢຍລະມັນ ໃນທົດສະວັດໃໝ່ບົນພື້ນຖານເຄົາລົບເຊິ່ງກັນ ແລະກັນ, ຄວາມໄວ້ເນື້ອເຊື່ອໃຈ ເຊິ່ງກັນ ແລະກັນແລະຕ່າງຝ່າຍຕ່າງມີຜົນປະໂຫຍດ.

ໂດຍ: ທະນາພອນ