leftcenterrightdel
ພາບປະກອບຈາກ: Vietnam+.

ລະອຽດ, ກຸ່ມ ViFaChain ດ້ວຍຫົວເລື່ອງ: “ແອບພິເຄຊັນ Blockchain ເຂົ້າການຄວບຄຸມແຫຼ່ງກໍາເນີດລະບົບສະໜອງກະສິກໍາປອດສານພິດ” ຍາດໄດ້ລາງວັນທີ 3 (ມີມູນຄ່າ 5.000 ໂດລາສະຫະລັດ); ກຸ່ມ KidKat ດ້ວຍຫົວເລື່ອງ “ລະບົບປ້ອງກັນ, ຕ້ານການຄ້າເດັກນ້ອຍໂດຍອີງໃສ່ແອບພິເຄຊັນ Blockchain” ຍາດໄດ້ລາງວັນດີເລີດໃນຂົງເຂດລັດຖະບານເອເລັກໂຕນິກ (ມີມູນຄ່າ 2.500 ໂດລາສະຫະລັດ); ກຸ່ມ LifeLink ດ້ວຍຫົວເລື່ອງ: “ລະບົບ Blockchain ສົມທົບ Federated Learning ເພື່ອໜູນຊ່ວຍເຕັກໂນໂລຢີ AI ໃນການຄົ້ນຄວ້າດ້ານການແພດດ້ວຍວິທີກະຈາຍລະບົບ ແລະປົກປັກຮັກສາຂໍ້ມູນຄົນເຈັບ” ຍາດໄດ້ລາງວັນດີເລີດໃນຂົງເຂດເຕັກໂນໂລຢີການແພດ (ມີມູນຄ່າ 2.500 ໂດລາສະຫະລັດ). ການແຂ່ງຂັນປີນີ້ໄດ້ຈັດຕັ້ງຜ່ານລະບົບທາງໄກ, ດຶງດູດເອົາ 600 ທີມທີ່ມາຈາກ 59 ປະເທດເຂົ້າຮ່ວມ, ບັງກລາເທດ ແມ່ນປະເທດເຈົ້າພາບ.

ໂດຍ: ເກື່ອງດັ້ງ