ນີ້ແມ່ນຄັ້ງທີສາມທີ່ທ່ານນາງ Ann Mawe ມອບຕໍາແໜ່ງນີ້ໃຫ້ເດັກນ້ອຍຍິງຫວຽດນາມ ໃນຂອບເຂດການເຄື່ອນໄຫວ Girls Takeover - ມອບສິດໃຫ້ເດັກນ້ອຍຍິງຂອງອົງການ Plan International ຫວຽດນາມ.

leftcenterrightdel
ບັນຍາກາດທີ່ການແລກປ່ຽນກັບທ່ານນາງ Ann Mawe ເອກອັກຄະລັດຖະທູດຊູແອັດ. ພາບ: ເຝືອງແອງ.

ພາຍຫຼັງສັງເກດເບິ່ງພະນັກງານສະຖານທູດເຮັດວຽກຢູ່ຫ້ອງການ, ນ້ອງສາວ ບຸ່ຍອີ໊ຍີ ພ້ອມດ້ວຍທ່ານນາງ Ann Mawe ແລະເຢືອງເຟືອງແອັງ-ນ້ອງສາວ ທີ່ເອກອັກຄະລັດຖະທູດໄດ້ມອບສິດໃຫ້ໃນປີ 2019 ແລະ2020 ໄດ້ປຶກສາຫາລືກ່ຽວກັບສິ່ງທ້າທາຍ ແລະຜົນງານ ເຊິ່ງພວກນ້ອງ ແລະອົງການ Plan International ຫວຽດນາມ ບັນລຸໄດ້ດ້ວຍບົດບາດແມ່ນຜູ້ນໍາໜ້າ ກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍໃນກວ່າໜຶ່ງປີຜ່ານມາ, ພິເສດແມ່ນໃນສະຖານະການພະຍາດໂຄວິດ-19; ປຶກສາຫາລືບາງຂໍ້ລິເລີ່ມ ແລະຂໍ້ສະເໜີທີ່ສະຫງວນໃຫ້ລັດຖະບານປະເທດຕ່າງໆທີ່ກ່ຽວຂ້ອງເຖິງການເພີ່ມຄວາມຮູ້ດ້ານດີຈີຕອນໃຫ້ເດັກນ້ອຍ ແລະຊາວໜຸ່ມ, ເຍົາວະຊົນ ແລະອະນຸຊົນ.

ນັບແຕ່ປີ 2012 ເປັນຕົ້ນມາ, ວັນທີ 11 ຕຸລາ ສປຊ ໄດ້ຮັບຮອງເປັນວັນເດັກນ້ອຍຍິງສາກົນ ດ້ວຍຈຸດປະສົງຊຸກຍູ້ການມອບສິດໃຫ້ເດັກນ້ອຍຍິງ.

ໂດຍ: ດັ້ງເກື່ອງ