leftcenterrightdel
ທົ່ວໂລກມີຫຼາຍປະເທດ ນໍາໃຊ້ໜັງສືຜ່ານແດນວັກຊິນ. ພາບ: baochinhphu.vn.

ປະຈຸບັນ, ໃນໂລກມີຫຼາຍປະເທດໄດ້ນຳໃຊ້ “ໜັງສືຜ່ານແດນວັກຊິນ” ເພື່ອເປີດປະຕູພື້ນຖານເສດຖະກິດ, ນໍາການເຄື່ອນໄຫວເສດຖະກິດ-ສັງຄົມກັບຄືນສູ່ສະພາບປົກກະຕິໃໝ່. ເລື່ອງຮັບຮອງເອົາ “ໜັງສືຜ່ານແດນວັກຊິນ” ເຊິ່ງກັນ ແລະກັນລະຫວ່າງຫວຽດນາມ ກັບບັນດາປະເທດໃນພາກພື້ນ ແລະໂລກແມ່ນສໍາຄັນ ແລະມີຄວາມຈຳເປັນພິເສດທີ່ສຸດໃນສະພາບປະຈຸບັນ. ກ່ຽວກັບເລື່ອງນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ມອບໃຫ້ກະຊວງການຕ່າງປະເທດເປັນປະທານ, ສົມທົບກັບກະຊວງສາທາລະນະສຸກ ແລະກະຊວງ, ຂະແໜງການທີ່ກ່ຽວຂ້ອງ ເຮັດວຽກກັບອົງການທີ່ກ່ຽວຂ້ອງຂອງບັນດາປະເທດສະມາຊິກອາຊຽນ, ອີຢູ, ອາເມລິກາ, ຈີນ, ຍີ່ປຸ່ນ, ສ.ເກົາຫຼີ ແລະປະເທດຕ່າງໆໃນໂລກຢ່າງຮີບດ່ວນເພື່ອຮັບຮອງເອົາ “ໜັງສືຜ່ານແດນວັກຊິນ” ຂອງກັນແລະກັນ.

ໂດຍ: ເກື່ອງດັ້ງ