leftcenterrightdel
ທ່ານ ຟ້າມແຊງເຈົາ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ອິນເດຍ ກ່າວຄຳເຫັນທີ່ພິທີ. ພາບ: ສຳນັກຂ່າວສານຫວຽດນາມ.

ກ່າວຄຳເຫັນທີ່ພິທີ, ທ່ານ ຟ້າມແຊງເຈົາ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ອິນເດຍ ຢັ້ງຢືນວ່າ ການຮ່ວມມືກັບສະຖາບັນວິທະຍາສາດເຕັກໂນໂລຢີການແພດປະສົມຂອງອິນເດຍ ແມ່ນມີຄວາມໝາຍສຳຄັນຕໍ່ກັບບໍລິສັດ Nanogen ໃນການຄົ້ນຄວ້າ, ພັດທະນາວັກຊິນ Nanocovax. ໝາກຜົນຕີລາຄາແບບພາວະວິໄສຂອງສະຖາບັນວິທະຍາສາດເຕັກໂນໂລຢີການແພດປະສົມຂອງອິນເດຍ ຈະຊ່ວຍຢັ້ງຢືນຄຸນນະພາບຂອງວັກຊິນນີ້. ນອກຈາກນັ້ນ, ນີ້ຈະແມ່ນພື້ນຖານເພື່ອໃຫ້ບໍລິສັດ Nanogen ຊຸກຍູ້ການຜະລິດວັກຊິນ Nanocovax ກໍ່ຄືເຂົ້າເຖິງຕະຫຼາດສາກົນຄຽງຂ້າງການຜະລິດ, ສະໜອງໃຫ້ຄວາມການປ້ອງກັນ, ຕ້ານພະຍາດໂຄວິດ-19 ຂອງຫວຽດນາມ.

ໂດຍ: ຄຳສີ