leftcenterrightdel
ພິທີມອບຮັບເປັນສັນຍາລັກບ້ວງເງິນຊ່ວຍເຫຼືອ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່າວຄໍາເຫັນທີ່ພິທີ, ທ່ານ Saleh Mohamed Ahmed Al Saqri ຫວັງວ່າ ບ້ວງເງິນນີ້ຈະປະກອບສ່ວນຊ່ວຍປະຊາຊົນບັນດາແຂວງພາກກາງແກ້ໄຂຄວາມຫຍຸ້ງຍາກ ແລະເຮັດໃຫ້ຊີວິດການເປັນຢູ່ກັບຄືນສູ່ສະພາບປົກກະຕິໂດຍໄວ; ແລະຫວັງວ່ານໍ້າໃຈມິດຕະພາບ ແລະການຮ່ວມມືລະຫວ່າງໂອມານ ແລະຫວຽດນາມ ນັບມື້ນັບພັດທະນາ. ທ່ານ ຟ້າມກວາງຮ້ຽວ ເຊື່ອໝັ້ນວ່າ ການຊ່ວຍເຫຼືອທີ່ມີຄວາມໝາຍນີ້ຈະເຮັດໃຫ້ການພົວພັນອັນດີງາມລະຫວ່າງສອງປະເທດເລິກເຊິ່ງຂຶ້ນຕື່ມ.

ໂດຍ: ດັ້ງເກື່ອງ