ຕໍ່ໜ້າການຜັນແປຢ່າງສັບສົນທີ່ສຸດຂອງພະຍາດໂຄວິດ-19, ໃນໄລຍະຜ່ານມາ, ກອງພົນ 5 (ທະຫານເຂດ 7) ໄດ້ຈັດສົ່ງພະນັກງານ, ນັກຮົບຫຼາຍພັນຄົນໄປໜູນຊ່ວຍນະຄອນໂຮ່ຈີມິນ ປ້ອງກັນ, ຕ້ານພະຍາດຜ່ານວຽກງານທີ່ແທດຈິງ, ມີຄວາມໝາຍ, ຄື: ສົມທົບກັບກໍາລັງປະຕິບັດວຽກງານໂຄສະນາ, ຂົນຂວາຍປະຊາຊົນປະຕິບັດຕາມຂໍ້ກໍານົດກ່ຽວກັບການປ້ອງກັນ, ຕ້ານພະຍາດຢ່າງເຂັ້ມງວດ; ສົມທົບກັນລາດຕະເວນຮັບປະກັນຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍ, ເວນຍາມທີ່ບັນດາຈຸດກວດກາການເຂົ້າອອກ; ໄປຕະຫຼາດຊ່ວຍປະຊາຊົນ; ຂົນສົ່ງ, ແຈກຢາຍເຄື່ອງໃຊ້ທີ່ຈໍາເປັນ... ເຖິງວ່າປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ແຕ່ພະນັກງານ, ນັກຮົບກອງພົນຍາມໃດກໍ່ມານະພະຍາຍາມປະຕິບັດສໍາເລັດໜ້າທີ່ຢ່າງຈົບງາມ.

leftcenterrightdel
ນັກຮົບກອງພົນ 5 ຂົນສົ່ງທັນຍາຫານ, ສະບຽງອາຫານເຖິງບ່ອນເຕົ້າໂຮມ. ພາບ: qdnd.vn.
leftcenterrightdel
ຫີບຫໍ່ທັນຍາຫານ, ສະບຽງອາຫານກະກຽມແຈກຢາຍໃຫ້ປະຊາຊົນ. ພາບ: qdnd.vn.
leftcenterrightdel
ສະໜອງທັນຍາຫານ, ສະບຽງອາຫານໃຫ້ປະຊາຊົນຢູ່ເຂດລ໋ອກດາວ. ພາບ: qdnd.vn.
leftcenterrightdel
ທະຫານໄປຕະຫຼາດຊ່ວຍປະຊາຊົນ. ພາບ: qdnd.vn.
leftcenterrightdel
ສົມທົບກັບທະຫານລາດເມືອງບິ່ງແທ້ກ ຈັດຕັ້ງການລາດຕະເວນຮັກສາຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍ. ພາບ: qdnd.vn.

ໂດຍ: ຈາງຫງວຽນ