ໜັງສືພິມ The Economic Times ໄດ້ຄັດສະເໜີຄໍາເວົ້າຂອງທ່ານ Pranay Verma ເອກອັກຄະລັດຖະທູດອິນເດຍ ປະຈໍາ ຫວຽດນາມ ທີ່ກອງປະຊຸມສໍາມະນາທາງໄກໂດຍຫ້ອງການການຄ້າ ແລະອຸດສາຫະກໍາອິນເດຍ (PHDCCI) ຈັດຕັ້ງຫວ່າງແລ້ວນີ້ດ້ວຍຫົວຂໍ້ “ກາລະໂອກາດລົງທຶນ ແລະການຄ້າທົ່ວໂລກໃຫ້ຂະແໜງອຸດສາຫະກໍາອິນເດຍຢູ່ຫວຽດນາມ” ຖືວ່າ ຫວຽດນາມ ແລະອິນເດຍ ກຳລັງພົ້ນເດັ່ນຂຶ້ນປຽບເໝືອນປະເທດມະຫາອໍານາດດ້ານເສດຖະກິດໃນພາກພື້ນ, ແລະຈະສ້າງຄວາມແຕກຕ່າງກັນໃນໄລຍະຫຼັງພະຍາດໂຄວິດ-19. ຕາມນັ້ນແລ້ວ, ຫວຽດນາມ ແລະອິນເດຍ ກໍາລັງພົ້ນເດັ່ນຂຶ້ນປຽນເໝືອນດັ່ງຄູ່ຮ່ວມມືດ້ານການຄ້າໃນທົ່ວໂລກຍ້ອນຂໍ້ລິເລີ່ມນະໂຍບາຍ ແລະການເພີ່ມຂຶ້ນດ້ານການຄ້າ ແລະການລົງທຶນ.

leftcenterrightdel
ພາບປະກອບຄັດຈາກ: ສໍານັກຂ່າວສານຫວຽດນາມ.

ໜັງສືິພິມ The Economic Times ກໍ່ຄັດສະເໜີບົດກ່າວປາໄສຂອງທ່ານ ໂດ໊ແທັງຫ໋າຍ ທີ່ປຶກສາສະຖານທູດຫວຽດນາມ ປະຈໍາ ອິນເດຍ ໃຫ້ຂໍ້ສັງເກດວ່າໂດຍບໍ່ຫົວຊາຕໍ່ພະຍາດໂຄວິດ-19 ກາລະໂອກາດດ້ານເສດຖະກິດ ແລະການຄ້າລະຫວ່າງອິນເດຍ ແລະຫວຽດນາມ ແລະການແລກປ່ຽນເສດຖະກິດ ແລະການຄ້າຈະພັດທະນາໃນໄລຍະຈະມາເຖິງ. ດ້ວຍທີ່ຕັ້ງຍຸດທະສາດຂອງທັງສອງປະເທດ ແລະການປ່ຽນແປງໃນການປະຕິຮູບ, ສອງປະເທດຈະເພີ່ມການແລກປ່ຽນດ້ານການຄ້າ ແລະສ້າງກໍາລັງໜູນຊຸກຍູ້ພື້ນຖານເສດຖະກິດທົ່ວໂລກໃນອະນາຄົດໃກ້ໆນີ້.

ໂດຍ: ເກື່ອງດັ້ງ