ທ່ານ ດ່າວງອັກຢູງ ຢັ້ງຢືນວ່າ ຫວຽດນາມ ມຸ່ງໄປເຖິງການຮັບປະກັນຊີວິດສັງຄົມທົ່ວປວງຊົນ, ສຸມໃສ່ກໍ່ສ້າງເຄືອຂ່າຍຮັບປະກັນຊີວິດສັງຄົມ, ຮັບປະກັນສິດຊົມໃຊ້ໃຫ້ທົ່ວປວງຊົນ. ໃນໄລຍະຈະມາເຖິງ, ກະຊວງຈະປະກາດໃຊ້ບັນດານະໂຍບາຍຮັບປະກັນຊີວິດສັງຄົມ, ໜູນຊ່ວຍຜູ້ອອກແຮງງານ, ໂດຍສະເພາະແມ່ນກຳມະກອນໃນເຂດອຸດສາຫະກຳ, ຜູ້ອອກແຮງງານແບບເສລີ, ຮັບແຄບຊ່ອງຫວ່າງກ່ຽວກັບຄວາມຮັ່ງມີ-ທຸກຍາກ, ພິເສດແມ່ນຢູ່ເຂດຊົນເຜົ່າສ່ວນນ້ອຍ.

leftcenterrightdel
ທ່ານ Carolyn Turk ຜູ້ອຳນວຍການທະນາຄານໂລກ ປະຈຳ ຫວຽດນາມ ກ່າວຄຳເຫັນທີ່ການເຮັດວຽກ. ພາບ: ສຳນັກຂ່າວສານຫວຽດນາມ.

ສ່ວນທ່ານນາງ Carolyn Turk ຢັ້ງຢືນວ່າ WB ໃຫ້ຄໍາໝັ້ນສັນຍາສະໜອງຂໍ້ມູນຂ່າວສານ, ແບ່ງປັນແນວຄວາມຄິດກ່ຽວກັບລະບົບຮັບປະກັນຊີວິດສັງຄົມຈາກບັນດາບົດຮຽນທີ່ມີຢູ່ແລ້ວ; ຮ່ວມເດີນທາງ ແລະຮ່ວມມືກັບກະຊວງໃນການໝູນໃຊ້ບັນດາວິທີການດ້ານເຕັກນິກ, ເຕັກໂນໂລຢີຫັນປ່ຽນດີຈີຕອນ... WB ກໍ່ເພີ່ມທະວີການຮ່ວມມືກັບພາກເອກະຊົນ, ພ້ອມກັບກໍ່ສ້າງລະບົບຂໍ້ມູນຕະຫຼາດແຮງງານ.

ໂດຍ: ແສງເດືອນ