ຊຸກຍູ້ COVAX ສືບຕໍ່ສະໜອງວັກຊິນກັນໂຄວິດ-19 ໃຫ້ຫວຽດນາມ ໂດຍໄວ
ກປ.ອອນໄລ - ໃນການເຮັດວຽກກັບທ່ານນາງ Rana Flowers, ຫົວໜ້າຄະນະຜູ້ຕາງໜ້າອົງການ UNICEF ປະຈຳຫວຽດນາມ, ທ່ານ ຫງວຽນແທງລອງ ລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ, ໄດ້ເນັ້ນໜັກເປັນພິເສດເຖິງເລື່ອງ UNICEF ເພີ່ມທະວີການແລກປ່ຽນກັບ COVAX ເພື່ອສະໜອງວັກຊິນກັນໂຄວິດ-19 ໃຫ້ຫວຽດນາມ ໂດຍໄວ.
ທ່ານລັດຖະມົນຕີ ຫງວຽນແທງລອງ ໃຫ້ຮູ້ວ່າ, ເຖິງວ່າກະຊວງສາທາລະນະສຸກໄດ້ ແລະພວມມານະພະຍາຍາມສໍາຜັດກັບທຸກແຫຼ່ງວັກຊິນ ເພື່ອຮັບປະກັນນັບແຕ່ນີ້ເຖິງທ້າຍປີ, ຈະສັກວັກຊິນກັນໂຄວິດ-19 ສຳເລັດໃຫ້ປະຊາກອນ 70% ເພື່ອສ້າງພູມຄຸ້ມກັນຂອງຮ່າງກາຍໃນວົງຄະນະຍາດ, ແຕ່ມາຮອດປັດຈຸບັນບັນດາແຫຼ່ງວັກຊິນມາຫວຽດນາມ ຊັກຊ້າຫຼາຍ.
    |
 |
ບັນຍາກາດທີ່ການເຮັດວຽກ. ພາບ: qdnd.vn |
ທ່ານລັດຖະມົນຕີ ຫງວຽນແທງລອງ ໃຫ້ຮູ້ວ່າກະຊວງສາທາລະນະສຸກ ໄດ້ເຮັດວຽກກັບ COVAX ແລະໄດ້ສົ່ງຈົດໝາຍເຖິງ UNICEF ປາດຖະໜາວ່າ UNICEF ຈະເພີ່ມທະວີການຊຸກຍູ້ ແລະແລກປ່ຽນກັບ COVAX ເພື່ອເຮັດໃຫ້ທຸກແຫຼ່ງວັກຊິນກັນໂຄວິດ-19 ໄດ້ສົ່ງມາຫວຽດນາມ ໃນໄລຍະໄວທີ່ສຸດ.
ກ່ຽວກັບເລື່ອງນີ້, ທ່ານນາງ Rana Flowers ແບ່ງປັນວ່າ, ພາຍຫຼັງໄດ້ຮັບການອະນຸມັດຜ່ານແລ້ວ, ວັກຊິນງວດໃໝ່ຈະໄດ້ສົ່ງໃຫ້ປະເທດຕ່າງໆລວມທັງ ຫວຽດນາມ, ຄາດວ່າໃນເດືອນກໍລະກົດປີ 2021.
ໂດຍ: ກວຽດເຕິມ