ໃນຈົດໝາຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຂຽນວ່າ: “ປະຊາຊົນ ແລະແຟນບານໃນທົ່ວປະເທດ ດີໃຈທີ່ສຸດຕໍ່ຜົນການແຂ່ງຂັນສຸດຍອດຂອງທີມຊາດບານເຕະຊາຍຫວຽດນາມ ຢູ່ຮອບຄັດເລືອກ World Cup 2022. ທີມຂອງພວກເຮົາແຂ່ງຂັນໄດ້ດີ, ສາມາດເອົາຊະນະທີມບານເຕະທີ່ແຂງແກ່ນໃນພາກພື້ນ, ສືບຕໍ່ນຳໜ້າກຸ່ມ G, ນຳມາເຊິ່ງຄວາມເບີກບານມ່ວນຊື່ນ, ຄວາມເອກອ້າງທະນົງໃຈໃຫ້ປະເທດຊາດ, ປະຊາຊົນ ແລະແຟນບານໃນທ່ົວປະເທດ.

leftcenterrightdel
ທີມຊາດບານເຕະຊາຍຫວຽດນາມ ເອົາຊະນະທີມອິນໂດເນເຊຍ 4-0 ປະຕູ. ພາບ: qdnd.vn.

ໄຊຊະນະນີ້ແມ່ນໝາກຜົນແຫ່ງນ້ຳໃຈສາມັກຄີ, ຄຸນທາດ, ເຈດຈຳນົງ, ມານະຈິດ ແລະຈິດໃຈກິລາອັນສູງສົ່ງ, ໄດ້ຮັບການຫຼໍ່ຫຼອມຈາກພື້ນຖານວັດທະນະທຳທີ່ເຂັ້ມຂຸ້ນໄປດ້ວຍສີສັນຊາດ ແລະເຈດຈຳນົງບືນຕົວຂຶ້ນຢ່າງແຮງຜ່ານໄລຍະຕ່າງໆຂອງຊາວຫວຽດນາມ ຢູ່ໃນແຕ່ລະຂົງເຂດ. ໝາກຜົນນີ້ແມ່ນຜົນງານຂອງວິວັດແຫ່ງຄວາມມານະພະຍາຍາມໃນການຝຶກແອບ, ຕັດສິນໃຈໃນການແຂ່ງຂັນຂອງທີມຊາດ ພາຍໃຕ້ການຊີ້ນຳໂດຍກົງຂອງຫົວໜ້າຄູຝຶກ Park Hang-seo, ພິເສດໃນສະພາບການພະຍາດໂຄວິດ-19 ສືບຕໍ່ຜັນແປໃນໂລກຢ່າງສັບສົນ.

ຕາງໜ້າການນຳພັກ, ລັດ ແລະພີ່ນ້ອງຮ່ວມຊາດຢູ່ພາຍໃນ ແລະຢູ່ຕ່າງປະເທດ, ຂ້າພະເຈົ້າ ຂໍສົ່ງຄຳຊົມເຊີຍເຖິງທີມຊາດບານເຕະຊາຍຫວຽດນາມ, ຄະນະຄູຝຶກ ແລະຫົວໜ້າຄູຝຶກ Park Hang-seo.

ການແຂ່ງຂັນນັດຕໍ່ໄປຍັງມີຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງ, ແຟນບານ ກໍຄືປະຊາຊົນໃນທົ່ວປະເທດ ຫວັງວ່າ ທີມຊາດ ຈະບໍ່ປະໝາດ, ຫຼົງໄຫຼຕໍ່ໄຊຊະນະ, ຈົ່ງສືບຕໍ່ຮັກສານ້ຳໃຈສາມັກຄີ, ເສີມຂະຫຍາຍຜົນສຳເລັດທີ່ບັນລຸໄດ້ ແລະເຊື່ອໝັ້ນຕໍ່ໄຊຊະນະເພື່ອກຽດສັກສີຂອງປະເທດຊາດ, ຕັດສິນໃຈແຂ່ງຂັນເພື່ອຍາດໄດ້ໝາກຜົນສູງສຸດ, ຕອບສະໜອງຄວາມໄວ້ເນື້ອເຊື່ອໃຈ ແລະຄວາມຮັກແພງຂອງປະຊາຊົນຫວຽດນາມ ຢູ່ພາຍໃນປະເທດ ກໍຄືຢູ່ຕ່າງປະເທດ.

ອວຍພອນທີມຊາດບານເຕະຊາຍຫວຽດນາມ ຈົ່ງມີສຸຂະພາບເຂັ້ມແຂງ, ປະສົບຜົນສຳເລັດ ແລະໄດ້ຮັບໄຊຊະນະ”.

ໂດຍ: ສົມເພັດ