ໃນຂອບເຂດ “ສັບປະດາເຄື່ອງໝາຍການຄ້າແຫ່ງຊາດ 2021” ໃນລະຫວ່າງວັນທີ 19 – 25 ເມສາ, ມີບັນດາການເຄື່ອນໄຫວສື່ມວນຊົນ, ໂຄສະນາຢູ່ກາງແຈ້ງ, ແຂວນປ້າຍຄຳຂວັນ… ຕາມຖະໜົນຫົນທາງຢູ່ບັນດາແຂວງ, ນະຄອນເກືອບທັງໝົດໃນທົ່ວປະເທດ. ຄຽງຂ້າງນັ້ນ, ແມ່ນຫັນເວທີປາໄສ, ກອງປະຊຸມສຳມະນາເປັນຫຼາຍຮູບຫຼາຍແບບ ຄື “ເວທີປາໄສເຄື່ອງໝາຍການຄ້າແຫ່ງຊາດຫວຽດນາມ 2021” ຢູ່ນະຄອນໂຮ່ຈີມິນ; “ກອງປະຊຸມສຳມະນາໝູນໃຊ້ໄມ້ງັດເຄື່ອງໝາຍການຄ້າແຫ່ງຊາດຫວຽດນາມ - ຍົກລະດັບເຄື່ອງໝາຍການຄ້າຜະລິດຕະພັນຫວຽດນາມ” ຢູ່ຮ່າໂນ້ຍ…

leftcenterrightdel
ຜູ້ຕາງໜ້າກະຊວງ, ຂະແໜງການປະຕິບັດພິທີໄຂ “ສັບປະດາເຄື່ອງໝາຍການຄ້າແຫ່ງຊາດ 2021”. ພາບ: ສໍານັກຂ່າວສານຫວຽດນາມ

ຜ່ານບັນດາລາຍການກະທຳລະອຽດ, ຫວັງວ່າ “ສັບປະດາເຄື່ອງໝາຍການຄ້າແຫ່ງຊາດ 2021” ຈະປະກອບສ່ວນສ້າງຮູບພາບຫວຽດນາມ ແມ່ນປະເທດທີ່ມີອິດທິພົນຊື່ສຽງກ່ຽວກັບສິນຄ້າ ແລະການບໍລິການດ້ວຍຄຸນນະພາບສູງ, ຊຸກຍູ້ການພັດທະນາການຄ້າຕ່າງປະເທດ ແລະຍົກສູງຄວາມແກ່ງແຍ້ງແຫ່ງຊາດ.

ຫວຽດນາມ ໄດ້ຮັບຖືວ່າຈຸດພົ້ນເດັ່ນຍ້ອນການຂຶ້ນອັນດັບກ່ຽວກັບມູນຄ່າເຄື່ອງໝາຍການຄ້າແຫ່ງຊາດ ພ້ອມກັບຜົນງານດ້ານເສດຖະກິດ-ສັງຄົມທີ່ບັນລຸໄດ້. ປີ 2020 ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດທີ່ມີລະດັບເຕີບໂຕມູນຄ່າເຄື່ອງໝາຍການຄ້າແຫ່ງຊາດໄວທີ່ສຸດໃນໂລກ (ເພີ່ມຂຶ້ນ 29% ເມື່ອທຽບໃສ່ປີ 2019, ຂຶ້ນ 319 ຕື້ໂດລາສະຫະລັດ). ຍ້ອນເຫດນັ້ນ, ມູນຄ່າເຄື່ອງໝາຍການຄ້າແຫ່ງຊາດຂອງຫວຽດນາມ ໄດ້ເພິ່ມຂຶ້ນ 9 ຂັ້ນ, ຢືນອັນດັບທີ 33 ໃນທອັບ 100 ເຄື່ອງໝາຍການຄ້າແຫ່ງຊາດທີ່ມີມູນຄ່າທີ່ສຸດໃນໂລກ.

ໂດຍ: ທະນາພອນ