ໃນຂອບເຂດລາຍການໄດ້ດໍາເນີນຫຼາຍກິດຈະກໍາເຄື່ອນໄຫວທີ່ມີຄວາມໝາຍ, ຄື: ງານວາງສະແດງຮູບພາບກ່ຽວກັບການເຄື່ອນໄຫວຂອງກໍາລັງຮັກສາສັນຕິພາບ ສປຊ ຂອງຫວຽດນາມ ຢູ່ຊູດັງໃຕ້, ສະຫະພັນຊາວໜຸ່ມຫວຽດນາມ ນະຄອນໂຮ່ຈີມິນ ມອບຂອງຂວັນແມ່ນທຸງຊາດ 200 ຜືນ, ຜ້າລາຍແຊກ 200 ຜືນ, ກາປັກເສື້ອ 200 ອັນໃຫ້ແກ່ໂຮງໝໍກາງສະໜາມຂັ້ນ 2 ເລກ 3...

leftcenterrightdel
ສະຫະພັນຊາວໜຸ່ມຫວຽດນາມນະຄອນໂຮ່ຈີມິນ ມອບຂອງຂວັນລະດົມກໍາລັງໃຈພະນັກງານ, ພາລະກອນໂຮງໝໍກາງສະໜາມຂັ້ນ 2 ເລກ 3. ພາບ: ຮຸ່ງຄວາ.

ນອກຈາກນັ້ນ, ສະຫະພັນຊາວໜຸ່ມຫວຽດນາມ ນະຄອນໂຮ່ຈີມິນ ແລະໂຮງໝໍກາງສະໜາມຂັ້ນ 2 ເລກ 3 ຍັງໄດ້ລົງນາມໃນບົດບັນທຶກຊ່ວຍຈໍາດ້ວຍເນື້ອໃນສຳຄັນ, ຄື: ຈັດຕັ້ງລາຍການພົບປະແລກປ່ຽນ “ຊາວໜຸ່ມ ແລະຄວາມຄາດຫວັງຫວຽດນາມບືນຕົວຂຶ້ນສູງ”, ກໍ່ສ້າງສະພາບແວດລ້ອມສີຂຽວຢູ່ໂຮງໝໍກາງສະໜາມຂັ້ນ 2 ເລກ 3, ຜັນຂະຫຍາຍໂຄງການສະໝັກໃຈສາກົນຢູ່ ສ.ຊູດັງໃຕ້... ຜ່ານລະບົບທາງໄກ.

ທີ່ລາຍການ, ບັນດາຜູ້ແທນໄດ້ພົບປະແລກປ່ຽນໂດຍກົງກັບບັນດາພະນັກງານທີ່ເຂົ້າຮ່ວມໃນກໍາລັງຮັກສາສັນຕິພາບ ສປຊ ຂອງຫວຽດນາມ.

ໂດຍ: ທູຈາງ