Brand Finance ເນັ້ນໜັກວ່າ: “ຕີລາຄາຢ່າງພາວະວິໄສ, ຫວຽດນາມ ໄດ້ຮັບມືກັບພະຍາດໂຄວິດ-19 ດີທີ່ສຸດ. ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດທີ່ມີອັດຕາເສຍຊີວິດຍ້ອນພະຍາດໂຄວິດ-19 ຕ່ຳທີ່ສຸດ. ຫວຽດນາມ ບໍ່ພຽງແຕ່ມີວິທີຮັບມືກັບພະຍາດທີ່ເຕັມໄປດ້ວຍຄວາມປະທັບໃຈເທົ່ານັ້ນ, ຫາກຍັງແມ່ນໜຶ່ງໃນຈໍານວນໜ້ອຍພື້ນຖານເສດຖະກິດທີ່ມີລະດັບເຕີບໂຕທາງບວກໃນປີ 2020 ອີກດ້ວຍ”. ຕາຕະລາງຈັດອັນດັບ “ດັດຊະນີກໍາລັງແຮງອ່ອນທົ່ວໂລກ” ອີງໃສ່ການສຳຫຼວດຄໍາເຫັນຈາກ 75.000 ຄົນຢູ່ 100 ປະເທດໃນໂລກ. ຕາມ Brand Finance ແລ້ວ, “ກໍາລັງແຮງອ່ອນ” ແມ່ນຄວາມສາມາດສົ່ງຜົນສະທ້ອນຂອງປະເທດໜຶ່ງໃນເວທີສາກົນ “ໂດຍຜ່ານກຳລັງດຶງດູດ ແລະຄວາມສາມາດເກ້ຍກ່ອມ”.
ໂດຍ: ທູຈາງ
Type the code from the image