leftcenterrightdel
ໄຂຮ້ານວາງສະແດງ Startup ທີ່ມີການປ່ຽນແປງໃໝ່ ແລະປະດິດຄິດສ້າງ (ພາບ: TTXVN)

ຕອນຄ່ຳວັນທີ 21 ພະຈິກ, ຢູ່ ນະຄອນເບັ້ນແຈ, ທາງພາກໃຕ້ຫວຽດນາມ, ກະຊວງວິທະຍາສາດ ແລະເຕັກໂນໂລຢີຫວຽດນາມ ແລະ ຄະນະກຳມະການປະຊາຊົນແຂວງເບັ້ນແຈ ໄດ້ສົມທົບກັນ ຈັດພິທີໄຂວັນບຸນ Startup ທີ່ມີການປ່ຽນແປງໃໝ່ປະດິດຄິດສ້າງຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ປີ 2020 (Techfest Mekong 2020) ດ້ວຍຫົວຂໍ້ວ່າ: ລະບົບຊີວະພາບແຫ່ງການ Startup ທີ່ມີການປ່ຽນແປງໃໝ່ປະດິດຄິດສ້າງຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ໃນສະພາບການປົກກະຕິໃໝ່ “ຮັບມື - ປ່ຽນແປງ - ບຸກລະລຸ”. ເຫດການດັ່ງກ່າວໄດ້ດຶງດູດການເຂົ້າຮ່ວມຂອງວິສາຫະກິດ Startup 60 ແຫ່ງທີ່ມີຄວາມສາມາດບົ່ມຊ້ອນ, ພ້ອມກັບນັກລົງທຶນເກືອບ 30 ທ່ານຢູ່ພາຍໃນປະເທດ ແລະສາກົນ, ວິສາຫະກິດໃຫຍ່, ກຸ່ມບໍລິສັດເສດຖະກິດ ແລະບັນດາອົງການຈັດຕັ້ງໜູນຊ່ວຍການ Startup, ກອງທຶນລົງທຶນທັງຢູ່ພາຍໃນ ແລະຕ່າງປະເທດ .

ໃນຂອບເຂດວັນບຸນ, ໄດ້ດຳເນີນບັນດາການເຄື່ອນໄວາງສະແດງຜະລິດຕະພັນ, ໂຄງການເລີ່ມດຳເນີນທຸລະກິດທີ່ດີເດັ່ນໃນເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ດ້ວຍຮ້ານວາງສະແດງ ແລະແນະນຳຜະລິດຕະພັນກ່ວາ 120 ແຫ່ງຂອງບັນດາສ່ວນບຸກຄົນ, ວິສາຫະກິດ Startup ທີ່ມີການປ່ຽນແປງໃໝ່ປະດິດຄິດສ້າງໃນບໍລິເວນແຂວງເບັ້ນແຈ ແລະບັນດາແຂວງຢູ່ເຂດທົ່ວພຽງແມ່ນ້ຳຂອງທາງພາກໃຕ້.

ແຫຼ່ງຄັດຈາກ: vovworld.vn