leftcenterrightdel
ໄຂງານຕະຫຼາດນັດການທ່ອງທ່ຽວສາກົນຫວຽດນາມ ປີ 2020. ພາບ: congthuong.vn.

VITM 2020 ໄດ້ດຶງດູດການເຂົ້າຮ່ວມຂອງວິສາຫະກິດ, ອົງການຄຸ້ມຄອງ, ອົງການສົ່ງເສີມການທ່ອງທ່ຽວທີ່ມາຈາກ 47 ແຂວງ, ນະຄອນໃນທົ່ວປະເທດ ແລະມາຈາກ 6 ປະເທດ, ແຂດແຄວ້ນ. ດ້ວຍຫົວຂໍ້ “ຫັນປ່ຽນດີຈີຕອນເພື່ອຊຸກຍູ້ການພັດທະນາການທ່ອງທ່ຽວ”, ງານຕະຫຼາດນັດປີນີ້ໄດ້ສົ່ງເສີມບັນດາວິສາຫະກິດ ແລະອົງການຈັດຕັ້ງເຂົ້າຮ່ວມປຶກສາຫາລືເພື່ອຍົກອອກບັນດາຂໍ້ລິເລີ່ມໃນວິວັດການຄຸ້ມຄອງ, ດໍາເນີນທຸລະກິດ ແລະການເຄື່ອນໄຫວການທ່ອງທ່ຽວ, ຕິດພັນກັບການນໍາໃຊ້ເຕັກໂນໂລຢີ 4.0. VITM 2020 ໄດ້ສ້າງກາລະໂອກາດເພື່ອໃຫ້ບັນດາທ້ອງຖິ່ນ, ອົງການຈັດຕັ້ງ ແລະວິສາຫະກິດໂຄສະນາເຄື່ອງໝາຍການຄ້າ, ແນະນໍາຜະລິດຕະພັນ ແລະຊຸກຍູ້ພັດທະນາການທ່ອງທ່ຽວ.

ທ່ານນາງ ກາວທິງອັກລານ, ຮອງປະທານສະຫະສະມາຄົມການທ່ອງທ່ຽວຫວຽດນາມ, ຄະນະຈັດຕັ້ງ VITM 2020 ໃຫ້ຮູ້ວ່າ: “ດ້ວຍສານ “ຫັນປ່ຽນດີຈີຕອນເພື່ອຊຸກຍູ້ການພັດທະນາການທ່ອງທ່ຽວຫວຽດນາມ”, VITM 2020 ຫວັງວ່າບັນດາວິສາຫະກິດການທ່ອງທ່ຽວຫວຽດນາມ ຈະນັບມື້ນັບແກ້ໄຂໄດ້ຄວາມຫຍຸ້ງຍາກ, ຫັນປ່ຽນຕົນເອງໃນການຄຸ້ມຄອງກໍ່ຄືໃນການດໍາເນີນທຸລະກິດ ເຮັດແນວໃດເພື່ອໃຫ້ທັນກັບບັນດາທ່າອ່ຽງພັດທະນາໃໝ່ໃນການຄຸ້ມຄອງ ແລະການບໍລິຫານການທ່ອງທ່ຽວໃນໄລຍະຈະມາເຖິງ. ເລື່ອງພັດທະນານີ້ໃນຕໍ່ໜ້າແມ່ນເພື່ອພັດທະນາການທ່ອງທ່ຽວພາຍໃນ ແລະໃນອະນາຄົດອັນໃກ້ນີ້ແມ່ນເມື່ອພະຍາດໂຄວິດ-19 ໄດ້ຮັບການຄວບຄຸມ”.

VITM 2020 ດໍາເນີນຢູ່ຫໍວັດທະນະທໍາມິດຕະພາບຮ່າໂນ້ຍ ໄປຮອດວັນທີ 21 ພະຈິກ ຈຶ່ງປິດລົງ.

ໂດຍ: ເກື່ອງດັ້ງ