ທີ່ກອງປະຊຸມ, ທ່ານ ເລຮວ່າຍຈູງ ຖືວ່າ ການຮັບມືກັບໄພທຳມະຊາດບໍ່ພຽງແຕ່ແມ່ນສິ່ງທ້າທາຍສະເພາະຂອງຫວຽດນາມເທົ່ານັ້ນຫາກຍັງແມ່ນບັນຫາທົ່ວໂລກທີ່ຫຼາຍປະເທດພວມຕ້ອງປະເຊີນໜ້າ. ເພື່ອຮັບມືກັບສິ່ງທ້າທາຍນີ້ຢ່າງມີປະສິດທິຜົນ, ສປຊ ສວມບົດບາດສໍາຄັນໃນການສ້າງບັນດາຂອບນະໂຍບາຍທົ່ວໂລກກ່ຽວກັບຄວາມສ່ຽງຈາກໄພທຳມະຊາດ, ໃນນັ້ນຕ້ອງເວົ້າເຖິງຂອບການກະທໍາ Sendai ກ່ຽວກັບການຫຼຸດຜ່ອນຄວາມສ່ຽງຈາກໄພທຳມະຊາດ.

leftcenterrightdel
ທ່ານ ເລຮວ່າຍຈູງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ແລະທ່ານ Kamal Malhotrachia ຜູ້ປະສານງານຂອງ ສປຊ ປະຈໍາ ຫວຽດນາມ ເປັນປະທານຮ່ວມກອງປະຊຸມ. ພາບ: baoquocte.vn.

ທ່ານ Kamal Malhotrachia ຜູ້ປະສານງານຂອງ ສປຊ ປະຈຳ ຫວຽດນາມ ຢັ້ງຢືນວ່າ ສປຊ ຖືວຽກງານໜູນຊ່ວຍມະນຸດສະທໍາເປັນເຂັມທິດໃນການເຄື່ອນໄຫວ, ໃຫ້ຄໍາໝັ້ນສັນຍາສືບຕໍ່ໜູນຊ່ວຍຫວຽດນາມ ໃນການຍົກສູງກໍາລັງຄວາມສາມາດລະບອບລະບຽບການ, ກໍ່ສ້າງບັນດາຍຸດທະສາດ ແລະແຜນການພັດທະນາເສດຖະກິດ-ສັງຄົມ, ຟື້ນຟູຫຼາຍຂົງເຂດພາຍຫຼັງພະຍາດໂຄວິດ-19, ຄື: ສາທາລະນະສຸກ, ການສຶກສາ, ຊຸກຍູ້ການເຂົ້າຮ່ວມຂອງບັນດາອົງການຈັດຕັ້ງສັງຄົມ, ໜູນຊ່ວຍເຂດທົ່ງພຽງແມ່ນໍ້າແດງ, ທົ່ງພຽງແມ່ນໍ້າຂອງຕໍ່ໜ້າບັນດາສິ່ງທ້າທາຍຈາກການປ່ຽນແປງຂອງດິນຟ້າອາກາດ, ຊຸກຍູ້ການປະຕິບັດຂອບການກະທໍາ Sendai ກ່ຽວກັບການຫຼຸດຜ່ອນຄວາມສ່ຽງຈາກໄພທຳມະຊາດ.

ໂດຍ: ເຈິ່ນຮວ່ຽນ