leftcenterrightdel
ພາບປະກອບ: ສໍານັກຂ່າວສານຫວຽດນາມ.

ປະຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ທັງໝົດ 1.141 ຄົນ, ບໍ່ມີກໍລະນີເຈັບໜັກ. ຜູ້ຕິດເຊື້ອພະຍາດໂຄວິດ-19 ໄດ້ຮັບການປີ່ນປົວຫາຍດີເປັນປົກກະຕິ 1.046 ໃນຈຳນວນ 1.141 ຄົນ.

ສ່ວນຢູ່ໃນໂລກ, ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດຕອນເຊົ້າວັນທີ 21 ຕຸລາ, ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ທັງໝົດກວ່າ 41 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດກວ່າ 1,12 ລ້ານຄົນ. ອາເມລິກາ ຍັງແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດໂຄວິດ-19, ຖັດຈາກແມ່ນອິນເດຍ ແລະບຣາຊິນ.

ແຫຼ່ງຄັດຈາກ: vovworld.vn