ທີ່ການຕ້ອນຮັບ, ທ່ານ Lee Jae Yong ຮອງປະທານກຸ່ມບໍລິສັດຊາມຊູງ ຖືວ່າ ຫວຽດນາມແມ່ນໜຶ່ງໃນຈໍານວນປະເທດທັງຕ້ານພະຍາດຢ່າງມີປະສິດທິຜົນ, ທັງພັດທະນາເສດຖະກິດສັງຄົມ. ທ່ານ Lee Jae Yong ໄດ້ສະແດງຄວາມຂອບອົກຂອບໃຈລັດຖະບານ, ນາຍົກລັດຖະມົນຕີ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຂອງຫວຽດນາມ ໄດ້ໜູນຊ່ວຍກຸ່ມບໍລິສັດໃນໄລຍະຜ່ານມາ. ໃນສະພາບການຄວບຄຸມພະຍາດຢ່າງເຄັ່ງຄັດນັ້ນ, ຫວຽດນາມ ຍັງສ້າງເງື່ອນໄຂໃຫ້ວິສາວະກອນ, ນັກຊ່ຽວຊານ 3.000 ຄົນຂອງຊາມຊູງ ເຂົ້າເມືອງຫວຽດນາມ ເພື່ອບໍລິຫານບັນດາໂຮງງານເຄື່ອນໄຫວຢ່າງສະດວກສະບາຍ.

leftcenterrightdel
ທ່ານ ຫງວຽນຊວນຟຸຸກ ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບທ່ານ Lee Jae Yong, ຮອງປະທານກຸ່ມບໍລິສັດຊາມຊູງ. ພາບ: baochinhphu.vn.

ທ່ານຮອງປະທານກຸ່ມບໍລິສັດຊາມຊູງ ປາດຖະໜາວ່າ ທ່ານນາຍົກລັດຖະມົນຕີຫວຽດນາມ ສືບຕໍ່ສ້າງເງື່ອນໄຂສະດວກໃຫ້ກຸ່ມບໍລິສັດ ແລະຢັ້ງຢືນວ່າ ຊາມຊູງ ຈະມານະພະຍາຍາມກວ່າອີກ, ເຮັດວຽກງານດໍາເນີນທຸລະກິດ, ລົງທຶນຢູ່ຫວຽດນາມເປັນຢ່າງດີ.

ສ່ວນທ່ານ ຫງວຽນຊວນຟຸກ  ຢັ້ງຢືນວ່າ ຫວຽດນາມພ້ອມແລ້ວທີ່ຈະສ້າງເງື່ອນໄຂສະດວກທີ່ສຸດເພື່ອໃຫ້ຊາມຊູງ ລົງທຶນໂຄງການເຕັກໂນໂລຢີສູງ. ພ້ອມທັງຊົມເຊີຍຜົນສໍາເລັດຂອງຊາມຊູງ ຢູ່ຫວຽດນາມ ໃນໄລຍະກວ່າ 10 ປີຜ່ານມາ, ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງວ່າ ລັດຖະບານຫວຽດນາມ ຈະສືບຕໍ່ຮ່ວມເດີນທາງພ້ອມກັບກຸ່ມບໍລິສັດໃນວິວັດການຮ່ວມມື, ລົງທຶນດໍາເນີນທຸລະກິດຍຸດທະສາດຢູ່ຫວຽດນາມ; ຜ່ານນັ້ນປະກອບສ່ວນສໍາຄັນເຂົ້າໃນການຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ສ.ເກົາຫຼີ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ວິສາຫະກິດ ແລະປະຊາຊົນສອງປະເທດ.

ໂດຍ: ເກື່ອງດັ້ງ