ຕາມນັ້ນແລ້ວ, ຄົນເຂົ້າເມືອງຈະໄດ້ເອົາຕົວຢ່າງວິເຄາະຢູ່ສະໜາມບິນເລີຍ, ໄດ້ແຍກປ່ຽວເປັນເວລາ 6 ວັນຢູ່ໂຮງແຮມ, ເອົາຕົວຢ່າງວິເຄາະໃນມື້ທີ 6, ຫຼັງຈາກນັ້ນຖືກແຍກປ່ຽວເປັນເວລາ 8 ວັນຢູ່ທີ່ຢູ່ອາໄສ, ຈໍາກັດການໄປມາ ແລະເອົາຕົວຢ່າງວິເຄາະມື້ທີ 14.

leftcenterrightdel
ທ່ານ ເລແທງລຽມ ຮອງປະທານຜູ້ປະຈໍາການຄະນະກໍາມະການປະຊາຊົນນະຄອນໂຮ່ຈີມິນ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: thanhuytphcm.vn.

ທ່ານ ຫງວຽນເຕີ້ນບິງ ເນັ້ນໜັກວ່າ: “ພວກຂ້າພະເຈົ້າອັບເດດບັນດາແຜນຮ່າງຮັບມືກັບພະຍາດໂຄວິດ-19 ທີ່ສອດຄ່ອງຕາມລະດັບຄວາມສ່ຽງໄພ; ບໍາລຸງສ້າງ, ຝຶກອົບຮົມ, ຝຶກຊ້ອມ ແລະກະກຽມວັດຖຸອຸປະກອນ, ຊັບພະຍາກອນມະນຸດເພື່ອຮັບມືກັບທຸກສະພາບການຂອງພະຍາດ; ສືບຕໍ່ປະຕິບັດການຕ້ານ ແລະສະກັດກັ້ນພະຍາດ, ບໍ່ປະໃຫ້ພະຍາດແຜ່ລະບາດໃນບັນດາຮາກຖານສາທາລະນະສຸກຢ່າງເຂັ້ມງວດ. ເພີ່ມທະວີ ແລະເປີດກວ້າງການຜັນຂະຫຍາຍການເຄື່ອນໄຫວກວດ, ປິນປົ່ວພະຍາດທາງໄກ”.

ໃນຂະນະນັ້ນ, ທ່ານ ເລແທງລຽມ ຮອງປະທານຜູ້ປະຈໍາການຄະນະກໍາມະການປະຊາຊົນນະຄອນໂຮ່ຈີມິນ ໃຫ້ຮູ້ວ່າ: ນະຄອນໂຮ່ຈີມິນ ສຸມໃສ່ເຮັດໜ້າທີ່ຄວບຄູ່, ທັງເດັດດຽວຕ້ານພະຍາດຢ່າງປອດໄພທັງພັດທະນາເສດຖະກິດ...: “ຂະແໜງສາທາລະນະສຸກວິເຄາະພະຍາດໂຄວິດ-19 ສໍາບັບຄົນເຂົ້າເມືອງ, ພິເສດແມ່ນຜັນຂະຫຍາຍການວິເຄາະໄວຄົນເຂົ້າເມືອງຢູ່ດ່ານຊາຍແດນໃຫ້ຖືກຕ້ອງຕາມກໍານົດຂອງກະຊວງສາທາລະນະສຸກ...”

ໂດຍ: ກວຽດເຕີມ