ໂດຍບໍ່ຫົວຊາຕໍ່ຄວາມຫຍຸ້ງຍາກທີ່ແກ່ຍາວຍ້ອນພະຍາດໂຄວິດ 19, ການເຄື່ອນໄຫວດ້ານການຄ້າລະຫວ່າງຫວຽດນາມ ແລະຈີນ ນັບແຕ່ຕົ້ນປີມາຮອດປະຈຸບັນຍັງບັນລຸໄດ້ໝາກຜົນຢ່າງຕັ້ງໜ້າ, ຊ່ວຍໃຫ້ຫວຽດນາມ ຢັ້ງຢືນຕຳແໜ່ງຄູ່ຮ່ວມມືດ້ານການຄ້າໃຫຍ່ທີ່ສຸດຂອງຈີນ ໃນອາຊຽນ.

leftcenterrightdel
ບັນດາລົດຕູ້  container ຂົນສົ່ງໝາກມັງກອນສົ່ງອອກໄປຍັງຈີນ ຜ່ານດ່ານສາກົນເລກທີ II ກີມແທັ່ງ. ພາບ: ສໍານັກຂ່າວສານຫວຽດນາມ.

ຕາມການສະຖິຕິຂອງກົມໃຫຍ່ພາສີຈີນ ໃຫ້ຮູ້ວ່າ ໃນ 8 ເດືອນຕົ້ນປີ 2020, ວົງເງິນການຄ້າສອງສົ້ນລະຫວ່າງຫວຽດນາມ ແລະຈີນ ບັນລຸກວ່າ 111 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 13,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

ຫວຽດນາມ ຍັງຄົງແມ່ນຄູ່ຮ່ວມມືໃຫຍ່ທີ 7 ໃນໂລກຂອງຈີນ, ລື່ນກາຍອົດສະຕາລີ.

ໂດຍ: ທະນາພອນ