ທີ່ພິທີມອບ-ຮັບ, ທ່ານ ດັ້ງຊວນຢຸງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ອັກຊັງຕີນ ໄດ້ຢັ້ງຢືນວ່າ, ຜ້າອັດປາກ-ອັດດັງເຊິ່ງ ລັດ ແລະປະຊາຊົນຫວຽດນາມ ສະຫງວນໃຫ້ບັນດາເພື່ອນມິດອັກຊັງຕີນ, ແມ່ນການແບ່ງປັນ ແລະສະໜັບສະໜູນຂອງ ຫວຽດນາມ ໃນການຕໍ່ສູ້ຕ້ານພະຍາດໂຄວິດ-19 ຂອງອັກຊັງຕີນ.

leftcenterrightdel
ພິທີມອບ-ຮັບຜ້າອັດປາກ-ອັດດັງການແພດ 20.000 ອັນໂດຍສະພາແຫ່ງຊາດຫວຽດນາມ ມອບໃຫ້ອັກຊັງຕີນເພື່ອຮັບມືກັບພະຍາດໂຄວິດ-19. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ ດັ້ງຊວນຢຸງ ຕີລາຄາສູງບັນດາມາດຕະການເຊິ່ງລັດຖະບານອັກຊັງຕີນ ກໍາລັງນໍາໃຊ້ເພື່ອສະກັດກັ້ນການແຜ່ລະບາດຂອງພະຍາດໃນປະຊາຄົມ, ພ້ອມທັງສະແດງຄວາມເຊື່ອໝັ້ນວ່າດ້ວຍຄວາມຕັດສິນໃຈ ແລະຄວາມມານະພະຍາຍາມຂອງລັດຖະບານ ແລະສະພາແຫ່ງຂາດ, ອັກຊັງຕີນ ຈະຄວບຄຸມພະຍາດໂຄວິດ-19 ໄດ້ໂດຍໄວເພື່ອນໍາຊີວິດການເປັນຢູ່ຂອງ ປະຊາຊົນກັບຄືນເປັນປົກກະຕິກໍ່ຄືຟື້ນຟູພື້ນຖານເສດຖະກິດ, ສົມເປັນໜຶ່ງໃນບັນດາພື້ນຖານເສດຖະກິດແຖວໜ້າຂອງ ອາເມລິກາລາຕິນ.

ທ່ານເອກອັກຄະລັດຖະທູດ ເນັ້ນໜັກວ່າ ຫວຽດນາມ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ແບ່ງປັນຂໍ້ມູນຂ່າວສານ ແລະບົດຮຽນກັບອັກຊັງຕີນ ໃນຄວາມມານະພະຍາຍາມລວມ ເພື່ອຍູ້ຖອຍ ແລະຄວບຄຸມພະຍາດໂຄວິດ-19 ໂດຍໄວກໍ່ຄືຫຼຸດຜ່ອນບັນດາຜົນກະທົບທີ່ຫຍໍ້ທໍ້ຍ້ອນພະຍາດໂຄວິດ-19 ກໍ່ຂຶ້ນ, ປະກອບສ່ວນເຂົ້າໃນການພັດທະນາສາຍພົວພັນລະຫວ່າງສອງປະເທດໃນທຸກຂົງເຂດ.

ທີ່ພິທີມອບ-ຮັບ, ທ່ານນາງ Maria Luz Alonso ຫົວໜ້າຫ້ອງການສະພາສູງອັກຊັງຕີນ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ອາລົມຈິດທີ່ຈິງໃຈຂອງລັດຖະບານ, ສະພາແຫ່ງຊາດ ແລະປະຊາຊົນຫວຽດນາມ ທີ່ໄດ້ມອບຂອງຂວັນເຕັມໄປດ້ວຍຄວາມໝາຍນີ້ໃຫ້ອັກຊັງຕີນ ໃນໄລຍະທີ່ພະຍາດໂຄວິດ-19 ກໍາລັງແຜ່ລະບາດ.

ທ່ານນາງ Maria Luz Alonso ເນັ້ນໜັກວ່ານີ້ແມ່ນການພິສູດທີ່ມີຊີວິດຊີວາໃຫ້ແກ່ການພົວພັນຮ່ວມມືມິດຕະພາບທີ່ເປັນມູນເຊື້ອຂອງສອງປະເທດ, ພ້ອມທັງໃຫ້ຄຳໝັ້ນສັນຍາວ່າຈະສືບຕໍ່ຊຸກຍູ້ການພົວພັນສອງຝ່າຍກວ່າອີກເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ.

ໂດຍ: ກວຽດເຕີມ