leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: cand.com.vn.

ການແຈ້ງການດັ່ງກ່າວໄດ້ຍົກອອກໃນກອງປະຊຸມຄູ່ຮ່ວມມືປ່ຽນແປງໃໝ່ປະດິດຄິດສ້າງຫວຽດນາມ-ອົດສະຕາລີ ຄັ້ງທີ 2 ລະຫວ່າງສະຖານທູດອົດສະຕາລີ ແລະກະຊວງວິທະຍາສາດ ແລະເຕັກໂນໂລຢີຫວຽດນາມ ໂດຍທ່ານນາງ Robyn Mudie ເອກອັກຄະລັດຖະທູດອົດສະຕາລີ ປະຈໍາ ຫວຽດນາມ ແລະທ່ານ ຈູງອັກແອັງ ລັດຖະມົນຕີກະຊວງວິທະຍາສາດ ແລະເຕັກໂນໂລຢີເປັນປະທານຮ່ວມ.

ທີ່ກອງປະຊຸມ, ສອງຝ່າຍໄດ້ພ້ອມກັນຫວນຄືນບັນດາຜົນງານທີ່ພົ້ນເດັ່ນພາຍຫຼັງ 18 ເດືອນແຫ່ງການຜັນຂະຫຍາຍໂຄງການ Aus4Innovation, ໃນນັ້ນໂຄງການໄດ້ອຸປະຖໍາເກືອບ 4 ລ້ານໂດລາອົດສະຕາລີ ໃຫ້ແກ່ບັນດາຂໍ້ລິເລີ່ມການຮ່ວມມືປ່ຽນແປງໃໝ່ປະດິດຄິດສ້າງຂອງບັນດາຄູ່ຮ່ວມມືຫວຽດນາມ ແລະອົດສະຕາລີ; ຍົກສູງກໍາລັງຄວາມສາມາດຫັນໝາກຜົນການຄົ້ນຄວ້າໃຫ້ແກ່ບັນດາສະຖາບັນຄົ້ນຄວ້າ, ມະຫາວິທະຍາໄລຫວຽດນາມ ເປັນການຄ້າ; ໜູນຊ່ວຍດ້ານເຕັກນິກໃຫ້ແກ່ບັນດາການຄົ້ນຄວ້ານະໂຍບາຍສໍາຄັນທາງດ້ານວິທະຍາສາດ, ເຕັກໂນໂລຢີ ແລະການປ່ຽນແປງໃໝ່ປະດິດສ້າງ.

ສືບຕໍ່ຂໍ້ລິເລີ່ມໜູນຊ່ວຍສ້າງແຜນການພື້ນຖານເສດຖະກິດດີຈີຕອນໃນອະນາຄົດຂອງຫວຽດນາມ ໃນການພົວພັນສະໜິດຕິດພັນຢ່າງແໜ້ນແຟ້ນລະຫວ່າງວິວັດການຫັນເປັນດີຈີຕອນ ແລະການເຕີບໂຕເສດຖະກິດ, ການອຸປະຖໍາໃຫ້ແກ່ຂໍ້ລິເລີ່ມກ່ຽວກັບ AI ແມ່ນບາດກ້າວເດີນທີ່ເໝາະສົມຂອງໂຄງການ Aus4Innovation ເພື່ອແນໃສ່ຊ່ວຍຫວຽດນາມ ຮັບມືກັບພະຍາດໂຄວິດ-19.

ໂດຍ: ຈາງຫງວຽນ