leftcenterrightdel
ພະນັກງານພາສີແຂວງຮ່າຕີ້ງ ໂຄສະນາເຜີຍແຜ່ກ່ຽວກັບກົດໝາຍຢູ່ດ່ານສາກົນເກົ່າແຈວ. ພາບ: qdnd.vn.

ຍອດມູນຄ່າສົ່ງອອກ-ນໍາເຂົ້າສິນຄ້າຂອງຫວຽດນາມ ໃນ 7 ເດືອນຕົ້ນປີ 2020 ຄາດຄະເນບັນລຸ 285,1 ຕື້ໂດລາສະຫະລັດ, ຫຼຸດລົງ 1,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019; ໃນນັ້ນຍອດມູນຄ່າສົ່ງອອກຄາດຄະເນບັນລຸ 145,78 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 0,2% ແລະຍອດມູນຄ່ານໍາເຂົ້າຄາດຄະເນບັນລຸ 139,32 ຕື້ໂດລາສະຫະລັດ, ຫຼຸດລົງ 2,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019. ດຸນການຄ້າສິນຄ້າຂອງຫວຽດນາມ ໃນ 7 ເດືອນຕົ້ນປີ 2020 ຄາດຄະເນເພີ່ມຂຶ້ນ 6,46 ຕື້ໂດລາສະຫະລັດ.

ໃນ 7 ເດືອນຕົ້ນປີ 2020, ເມື່ອເຊື້ອພະຍາດຜັນແປຢ່າງສັບສົນ, ເພື່ອກໍາໄດ້ຂໍ້​ຕິດ​ຄັດຂອງປະຊາຄົມວິສາຫະກິດຢ່າງທັນການ, ກົມໃຫຍ່ພາສີໄດ້ຈັດຕັ້ງກອງປະຊຸມຕ່າງໆກັບສະມາຄົມວິສາຫະກິດ, ວິສາຫະກິດບຸລິມະສິດ, ວິສາຫະກິດທີ່ມີທຶນຈາກຕ່າງປະເທດ; ຊີ້ນໍາກົມພາສີແຂວງ, ນະຄອນຕ່າງໆຕ້ອງລາຍງານສະພາບການ, ບັນດາສິ່ງຄົງຄ້າງໃຫ້ກົມໃຫຍ່ພາສີປະຈຳວັນເພື່ອມີວິທີແກ້ໄຂທັນທີ ເພື່ອແນໃສ່ຮັບປະກັນສ້າງຄວາມສະດວກໃຫ້ແກ່ການເຄື່ອນໄຫວສົ່ງອອກ-ນໍາເຂົ້າສິນຄ້າ.

ໂດຍ: ຈາງຫງວຽນ