ວັນທີ 02 ສິງຫາ, ຄະນະກຳມະການປະຊາຊົນນະຄອນດ່ານັ້ງ ໄດ້ມີເອກະສານກ່ຽວກັບການສ້າງຕັ້ງໜ່ວຍປະຕິບັດງານໂຄວິດ-19 ໃນຊຸມຊົນ. ຕາມນັ້ນແລ້ວ, ບັນດາເມືອງໄດ້ສ້າງຕັ້ງໜ່ວຍປະຕິບັດງານໂຄວິດ-19 ຢູ່ຊຸມຊົນ, ສົມທົບກັບພະແນກສາທາລະນະສຸກ ເປີດຊຸດຝຶກອົບຮົບ, ແນະນຳ, ຜັນຂະຫຍາຍການຕິດຕາມ, ຕິດຕາມອາການສຸຂະພາບປະຊາຄົມຢ່າງຮີບເຮັ່ງ.

leftcenterrightdel
(ປະຕິບັດການແຍກຫ່າງທາງສັງຄົມ)

ພາຍຫຼັງມີຜູ້ຕິດເຊື້ອໂຄວິດ-19 2 ຄົນໃນບໍລິເວນນະຄອນ ບວນມາທວດ, ຄະນະກຳມະການປະຊາຊົນແຂວງ ດັ໊ກລັ໊ກ ກໍ່ໄດ້ປະຕິບັດການແຍກຫ່າງສັງຄົມໃນບໍລິເວນນະຄອນ ບວນມາທວດ ເປັນເວລາ 14 ວັນ, ເລີ່ມແຕ່ເວລາ 0 ໂມງຂອງວັນທີ 03 ສິງຫາ 2020 ຮອດວັນທີ 16 ສິງຫາ 2020.

ຕອນຄ່່ຳວັນທີ 02 ສິງຫາ, ຄະນະຊີ້ນຳການປ້ອງກັນ, ຕ້ານເຊື້ອໂຄວິດ-19 ແຂວງຮ່ານາມ ໄດ້ປະກາດເອກະສານຊີ້ນຳກ່ຽວກັບການປ້ອງກັນ, ຕ້ານເຊື້ອໂຄວິດ-19 ທີ່ກ່ຽວຂ້ອງເຖິງຄົນເຈັບທີ 620 (ຕາແສງ ລາມຮະ, ນະຄອນ ຟຸລິ໊) ເຊິ່ງກະຊວງສາທາລະນະສຸກຫວຽດນາມ ປະກາດໃນຕອນບ່າຍວັນທີ 02 ສິງຫາ. ຕາມນັ້ນແລ້ວ, ກໍ່ຢຸດຕິການເຄື່ອນໄຫວຊົ່ວຄາວໃນບາງຂົງເຂດດຳເນີນທຸລະກິດການບໍລິການໃນບໍລິເວນແຂວງນັບແຕ່ເວລາ 7 ໂມງຂອງວັນທີ 03 ສິງຫາ 2020 ຈົ່ນຮອດເວລາມີແຈ້ງການໃໝ່. 

ກະຊວງສາທາລະນະສຸກຫວຽດນາມ ຫາກໍ່ປະກາດມີຜູ້ຕິດເຊື້ອພະຍາດໂຄວິດ-19 7 ຄົນ ເຊິ່ງລ້ວນແຕ່ເປັນສະມາຊິກໃນຄອບຄົວດຽວກັນຢູ່ເທດສະບານເມືອງ ຮ່າລາມ, ເມືອງແທັງບິ່ງ, ແຂວງກວ໋າງນາມ. ບັນດາຄົນເຈັບດັ່ງກ່າວແມ່ນຖືກຕິດແປດຈາກຜູ້ຕິດເຊື້ອຄົນທີ 522,  ເຊິ່ງມີອາຍຸ 67 ປີ, ແມ່ນຜົວ, ພໍ່ ແລະ ພໍ່ຕາ, ພໍ່ປູ່ຂອງບັນດາສະມາຊິກໃນຄອບຄົວ. ນັບແຕ່ວັນທີ 3 ສິງຫາ, ອໍານາດການປົກຄອງແຂວງ ກວ໋າງນາມ ໄດ້ຕົກລົງປິດບໍລິເວນຄຸ້ມຖະໜົນທີ່ມີເຮືອນຂອງຄອບຄົວດັ່ງກ່າວ.

ຕໍ່ໜ້າສະພາບການຜັນແປສັບສົນຂອງໂລກລະບາດໂຄວິດ-19, ຂະແໜງການທ່ອງທ່ຽວນະຄອນເທື່ອທຽນ-ເຫວ້ ໄດ້ປະຕິບັດບັນດາຂໍ້ກໍານົດຂອງແຂວງກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດຢ່າງເຂັ້ມງວດ. ປັດຈຸບັນ, ທາງແຂວງກໍຢຸດຕິບັນດາການເຄື່ອນໄຫວດໍາເນີນທຸລະກິດຂອງບັນດາຮ້ານບັນເທິງ; ບັງຄັບປະຊາຊົນຕ້ອງໃສ່ຜ້າອັດປາກໃນເວລາອອກໄປຂ້າງນອກ ແລະຢູ່ສະຖານທີ່ສາທາລະນະ.

ແຫຼ່ງຄັດຈາກ: vovworld.vn