ບົດຂຽນໄດ້ເອົາລົງຢູ່ໃນເວັບໄຊຂອງກະຊວງການຕ່າງປະເທດເຊັກໂກ (mzv.cz) ໃນວັນທີ 31 ກໍລະກົດ ໂດຍຊີ້ແຈ້ງວ່າສະພາແຫ່ງຊາດຫວຽດນາມ ໄດ້ໃຫ້ສັດຕະຍາບັນກົດໝາຍວ່າດ້ວຍການລົງທຶນ (ສະບັບປັບປຸງ) ເຊິ່ງຄາດຄະເນວ່າຈະມີຜົນສັກສິດນັບແຕ່ ວັນທີ 1 ມັງກອນ 2021, ຜ່ານນັ້ນໄດ້ປັບປຸງເງື່ອນໄຂໃຫ້ແກ່ບັນດານັກລົງທຶນຕ່າງປະເທດເຂົ້າມາລົງທຶນຢູ່ຫວຽດນາມ ຫຼາຍພໍສົມຄວນ. ເປົ້າໝາຍຕົ້ນຕໍຂອງການປັບປຸງກົດໝາຍສະບັບດັ່ງກ່າວແມ່ນເຮັດໃຫ້ສະພາບແວດລ້ອມແຫ່ງການດໍາເນີນທຸລະກິດຢູ່ຫວຽດນາມ ມີຄວາມດຶງດູດກວ່າຕໍ່ບັນດານັກລົງທຶນຕ່າງປະເທດ ແລະດຶງດູດແຫຼ່ງເງິນລົງທຶນໃໝ່ເຂົ້າມາລົງທຶນໃນຂົງເຂດເຕັກໂນໂລຢີສູງ.

leftcenterrightdel
ພາບປະກອບຄັດຈາກ: ສໍານັກຂ່າວສານຫວຽດນາມ.

ຕາມນັກຂຽນແລ້ວ ຫວຽດນາມ ແມ່ນໜຶ່ງໃນບັນດາສະຖານທີ່ລົງທຶນທີ່ດຶງດູດທີ່ສຸດຢູ່ອາຊີ, ແຕ່ວ່າມາຮອດປະຈຸບັນສ່ວນຫຼາຍການລົງທຶນຕ່າງປະເທດເຂົ້າຫວຽດນາມ ຕົ້ນຕໍແມ່ນແນໃສ່ຂົງເຂດນໍາໃຊ້ແຮງງານທີ່ມີລາຄາຕໍ່າດ້ວຍວິວັດການເຕັກໂນໂລຢີຕໍ່າ. ສະນັ້ນ ໃນປີ 2019, ລັດຖະບານຫວຽດນາມ ໄດ້ຕັດສິນໃຈປ່ຽນແປງຍຸດທະສາດດຶງດູດການລົງທຶນຕ່າງປະເທດເພື່ອໜູນຊ່ວຍການປ່ຽນແປງໃໝ່ຂອງບັນດາຂະແໜງອຸດສາຫະກໍາ ແລະອຸດສາຫະກໍາເຕັກໂນໂລຢີສູງ.

ໃນບົດຂຽນໄດ້ເນັ້ນໜັກວ່າເຖິງວ່າຕ້ອງປະເຊີນໜ້າກັບຜົນຮ້າຍ, ສິ່ງຫຍໍ້ທໍ້ຈາກພະຍາດໂຄວິດ-19 ກໍ່ຕາມ, ແຕ່ຫວຽດນາມ ຍັງມີຄວາມດຶງດູດສໍາລັບບັນດານັກລົງທຶນຕ່າງປະເທດ ແລະໃນ 7 ເດືອນຕົ້ນປີ 2020 ລວມຍອດເງິນລົງທຶນຕ່າງປະເທດເຂົ້າຫວຽດນາມ ແມ່ນ 18,8 ຕື້ໂດລາສະຫະລັດ, ຫຼຸດລົງພຽງແຕ່ປະມານ 7% ເທົ່ານັ້ນເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

ໂດຍ: ເກື່ອງດັ້ງ