ວັນທີ 1 ສິງຫາ, ຮ່ວມທຸລະກິດ ບໍລິສັດ Sakae Holdings (ສິງກະໂປ) ແລະບໍລິສັດລົງທຶນ SSF ຈໍາກັດໄດ້ມີເອກະສານສະເໜີໜູນຊ່ວຍອຸປະກອນການແພດ ແລະເຄື່ອງໃຊ້ທີ່ຈຳເປັນໃນການຕ້ານພະຍາດໂຄວິດ-19 ໃຫ້ນະຄອນດ່ານັ້ງ ແລະເອກະສານແບ່ງປັນຂອງທ່ານ Douglas Foo, ຫົວໜ້າໂຮງໝໍ Khoo Teck Puat (ໂຮງໝໍສາທາລະນະໃຫຍ່ທີ່ສຸດຂອງສິງກະໂປ, ສັງກັດບໍລິສັດ Sakae Holdings), ກ່ຽວກັບບັນດາບົດຮຽນໃນການປ້ອງກັນ, ຕ້ານພະຍາດໂຄວິດ-19 ຂອງສິງກະໂປ ໃນໄລຍະຜ່ານມາ.

leftcenterrightdel
ໂຮງໝໍຊົ່ວຄາວ ໄດ້ສ້າງຂຶ້ນຢູ່ສູນການແພດຮວ່າວາງ ກະກຽມຮັບຄົນເຈັບຕິດເຊື້ອພະຍາດໂຄວິດ-19. ພາບ: vov.vn.

ຕາມທ່ານ Douglas Foo ແລ້ວ ສອງປັດໄຈສໍາຄັນທີ່ສຸດເພື່ອແກ້ໄຂວິກິດການພະຍາດໂຄວິດ-19 ແມ່ນຈິດໃຈປະຊາຊົນ ແລະຄວາມກຽມພ້ອມຂອງຂະແໜງສາທາລະນະສຸກ. ເພື່ອຮັກສາຈິດໃຈປະຊາຊົນໃຫ້ເປັນປົກກະຕິ, ລັດຖະບານສິງກະໂປ ໄດ້ປະຕິບັດບັນດາມາດຕະການ, ຄື: ບໍ່ປະໃຫ້ປະຊາຊົນຫວາດຫວັ່ນເສຍຂວັນ, ມີການກະທໍາຢ່າງວ່ອງໄວ ແລະຍາມໃດກໍ່ອັບເດດຂໍ້ມູນຂ່າວສານໃຫ້ປະຊາຊົນມີຄວາມອຸ່ນອ່ຽນໃຈ. ຄຽງຂ້າງນັ້ນ, ຂະແໜງສາທາລະນະສຸກ ຕ້ອງແຍກປ່ຽວ, ຄົ້ນຫາການສຳຜັດຢ່າງຮີບດ່ວນ. ພ້ອມກັນນັ້ນ, ປະຊາຊົນຄວນປະຕິບັດຂໍ້ກຳນົດເວັ້ນໄລຍະຫ່າງທາງສັງຄົມຢ່າງເຂັ້ມງວດ, ນັບທັງເມື່ອຄົບກຳນົດເວລາແຍກປ່ຽວ...

ຕາມການແບ່ງປັນຂອງທ່ານ Douglas Foo, ບັນດາມາດຕະການ, ບົດຮຽນທີ່ສິງກະໂປ ໄດ້ນໍາໃຊ້ຂ້ອນຂ້າງຕິດແທດກັບສະພາບຕົວຈິງຂອງບັນດາມາດຕະການຕ້ານພະຍາດໂຄວິດ-19 ຢູ່ຫວຽດນາມໃນປະຈຸບັນ. ທ່ານ Douglas Foo ຕີລາຄາສູງຕໍ່ເລື່ອງຫວຽດນາມ ໄດ້ປະຕິບັດການປ້ອງກັນ, ຕ້ານພະຍາດໂຄວິດ-19 ໄດ້ເປັນຢ່າງດີ, ພິເສດແມ່ນໃນການແຍກປ່ຽວບັນດາກໍລະນີຕິດເຊື້ອພະຍາດໂຄວິດ-19 ແລະບັນດາກໍລະນີມີທີ່ໄດ້ສໍາຜັດກັບຜູ້ຕິດເຊື້ອພະຍາດໂຄວິດ-19, ການຄົ້ນຫາຜູ້ທີ່ໄດ້ສຳຜັດກັບພະຍາດ.

ໂດຍ: ເຈິ່ນຮວ່ຽນ